ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-17 18:41:28    
ທ່ານ​ລີ​ຈ້າວ​ຊິງ​ຝາກ​ໂທ​ລະ​ເລກ​​ໄປ​ຍັງ​ນາງ​ໄລສ໌​ສະ​ແດງ​ຄວາມ​ເຫັນ​ໃຈ​ກ່ຽວ​ກັບ​ເຫດ​ການ​ຍິງ​ກັນ​ໃນ​ເດີ່ນ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 17 ​ເມສາ​ນີ້, ທ່ານ​ລິ​ຈ້າວ​ຊິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ໄດ້​ສົ່ງ​ໂທລະ​ເລກ​​ໄປ​ຍັງນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ເຫັນ​ໃຈກ່ຽວ​ກັບມະຫາ​ລິ​ທະຍາ​ໄລວິທະຍາສາດ​ການ​ຊ່າງ​ເວີ​ຈິນ​ເນຍອາ​ເມ​ລິ​ກາ​ເກີດ​ເຫດການຍິງ​ກັນ​ຢ່າງ​ຮ້າຍ​ແຮງ.

ໂທລະ​ເລກ​ຂຽນ​ວ່າ, ​ເມື່ອ​ໄດ້​ຊາບ​ວ່າ: ມະຫາ​ລິ​ທະຍາ​ໄລ​ວິທະຍາສາດການ​ຊ່າງ​ເວີ​ຈິນ​ເນຍອາ​ເມ​ລິ​ກາ​ເກີດ​ເຫດການຍິງກັນ​ຢ່າງ​ຮ້າຍ​ແຮງ, ​​ແລະມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍນັ້ນ, ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​ຕົກ​ໃຈຫຼາຍ, ​ແລະ​ກ່າວ​ປະນາມ​ຕໍ່​​​ການ​ກະທຳ​ດ້ວຍ​ກຳລັງ​ຮຸນ​ແຮງ​ດັ່ງກ່າວ. ຂ້າພະ​ເຈົ້າຂໍ​ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ໄວ້ອາ​ໄລ​​ຢ່າງ​ເສົ້າສະຫຼົດ​ໃຈ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ, ​​ແລະສະ​ແດງ​ຄວາມ​ເຫັນ​ໃ​ຈຢ່າງ​ສຸດ​ເຊິ່ງ​ຕໍ່ລັດຖະບານ​ແລະ​ປະຊາຊົນ​ອາ​ເມ​ລິ​ກາ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ຜູ້​ບາດ​ເຈັບ​ແລະຄອບຄົວຂອງຜູ້​ປະສົບ​ເຄາະ​ຮ້າຍ, ​ແລະ​ຂໍ​​ໃຫ້​ຜູ້​ບາດ​ເຈັບຈົ່ງ​ຟື້ນ​ຟູ​ສຸຂະພາບ​ໂດຍ​ໄວ.

ມື້​ດຽວ​ກັນ, ​ໂດຍ​ແນ່​ໃສ່​ຂ່າວ​ທີ່​ຊ່າ​ລື​ກັນວ່າ"ຜູ້ຍິງ​ປືນ​ອາດ​ຈະ​ແມ່ນນັກ​ສຶກສາ​ຈີນ"ນັ້ນ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຄຳ​ວິຈານ​ວ່າ, ຝ່າຍ​ຈີນ​ໄດ້​ເອົາ​ໃຈ​ໃສ່​​ເຖິງ​ການ​ແຈ້ງ​ຂ່າວ​ທີ່​ກ່ຽວຂ້ອງ​ແລ້ວ, ຕາມຊາບ​ວ່າ, ສະພາບ​ແທ້​ຈິງຍັງ​ພວມ​ສຳຫຼວດຢູ່.