ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-18 20:58:24    
ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ຝາກ​ໂທ​ລະ​ເລກ​ໄປ​ຍັງ​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ເຫັນ​ໃຈ​ນຳ​ເລື່ອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ​ເກີດ​ເຫດ​ການ​ຍິງ​ຄົນ​ຕາຍ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 18 ​ເມສາ​ນີ້, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້ຝາກ​ໂທລະ​ເລກ​ໄປ​ຍັງ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາສະ​ແດງ​ຄວາມ​ເຫັນ​ໃຈ​ນຳ​ເລື່ອງ​ໃນມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ​ເກີດ​ເຫດການ​ຮ້າຍ​ແຮງ​ຍິງຄົນ​ຕາຍຫຼາຍຄົນ.

​ໃນ​ໂທ​ລະ​ເລກ, ທ່ານ​ຫູ​ຈີນ​ທາວ​ເວົ້າ​ວ່າ, ​ໄດ້​ຊາບ​ຂ່າວ​ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈວ່າ​ມະຫາວິທະຍາ​​ໄລ​ວິທະ​ຍາສາດ​ການ​ຊ່າງ​ເວີ​ຈີ​ນເນຍອາມ​ເມ​ລິ​ກາ​ໄດ້​ເກີດ​​ເຫດການ​ຮ້າຍ​ແຮງ​ທີ່​ຍິງຄົນ​ຕາຍ. ​ໃນ​ກາລະທີ່​ເສົ້າ​ສະຫຼົດ​ໃຈນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ລັດຖະບານ​ແລະ​ປະ​ຊາ​ຊົນຈີນ, ​​ແລະໃນ​ນາມ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ​ແລະ​ຖາມ​ຂ່າວດ້ວຍ​ຄວາມ​ຈິງ​ໃຈ​​ຕໍ່​ພະນະ​ທ່ານ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​, ສະ​ແດງ​ຄວາມ​ໄວ້ອາ​ໄລດ້ວຍ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ, ​ແລະ​ຂໍ​ໃຫ້​ຜູ້​ບາດ​ເຈັບ​ຈົ່ງ​ປົວ​ດີໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ລາຍງານ​ຂ່າວບໍ່​ຖືກ​ກັບ​ຄວາມ​ຈິງ​ກ່ຽວກັບ​ເຫດການ​ຍິງຄົນ​ຕາຍ​ດັ່ງກ່າວ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ສ່ວນ​ໜຶ່ງ​ແມ່ນ​ຝ່າຝືນ​ຈັນ​ຍຳ​ທຳ​ຂອງ​ອາຊີ​ບນັກ​ຂ່າວ, ​ແມ່ນ​ການ​ກະທຳທີ່​ຜິດພາດ​ທີ່​ສຸດ. ຝ່າຍ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ລົບ​ລ້າງ​ຜົນ​ສະທ້ອນ​ອັນ​ຮ້າຍ​ແຮງ​ໃນ​ເລື່ອງ​ນີ້.