ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 18:43:29    
ໃນ​ 2 ​ເດືອນ​ຕົ້ນ​ປີ​ນີ້, ຜູ້​ຜ່ານ​ແດນ​ມາ​ຈີນ​ມີ​ເກືອບ 20 ​ລ້ານ​ເທື່ອ​ຄົນ

cri Author: MO
ຕາມຂ່າວCRI: ວັນ​ທີ 19 ​ເມສາ​ນີ້, ຢູ່​ເມືອງ​ຊູ​ໂຈ​ວ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ທ່ານ​ລິວ​ເຄີ້ຈື້ ​ເຈົ້າໜ້າ​ທີ່​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ 2 ​ເດືອນ​ຕົ້ນປີ​ນີ້, ຜູ້​ຜ່ານ​​ແດນ​ເຂົ້າມາຈີນ​ມີ​ເກືອບ 20 ລ້ານ​ເທື່ອ​ຄົນ, ​ເພິ່ມຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 4,5%, ລາຍ​ໄດ້​​ເງິນຕາ​ຕ່າງປະ​ເທດ​ຂອງການທ່ອງ​ທ່ຽງ​​ໄດ້​ບັນລຸ  5 ຕື້ 100 ລ້ານ​ໂດ​ລາ.

ທ່ານ​ລິວ​ເຄີ້ຈື້ຍັງ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ 2 ​ເດືອນ​ຕົ້ນປີ​ນີ້, ຜູ້​ອອກ​ໄປ​ຕ່າງປະ​ເທດ​ມີ​ເກືອບ 6 ລ້ານ 6 ​ແສນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ 15% ຂຶ້ນ​ໄປ.

ຕາມ​ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ​ຄາດ​ວ່າ, ​ໃນປີ 2020, ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ປາຍທາງ​ການທ່ອງທ່ຽວ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວຫຼາຍ​ທີ 4 ​ໃນ​ໂລກ.