ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 19:56:52    
ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ຊຸກ​ຍູ້​ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 19 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ​ໃນ​ເວລາ​ພົບ​ປະ​ແຂກ​ອາ​ເມ​ລິ​ການັ້ນ, ທ່ານນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ຄວາມ​ຕ້ອງການ​ຂອງ​ຈີນ​ໃນ​ການ​ພັດທະນາ​ຕົນ​ເອງ​ແລະ​ຍົກ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ຕົນ​ໃຫ້​ສູງ​ຂື້ນ, ລັດຖະບານ​ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງຊຸກ​ຍູ້​ວຽກ​ງານ​ທາງ​ດ້ານ​ນີ້.

ໃນ​ເວລາ​ພົບ​ປະ​ທ່ານລີ​ຊາດ ວາ​ໂກ​ເນີ ປະທານ​ຄະນະບໍລິຫານ​ຂອງ​ບໍລິສັດລົນ​ຍົນGM​ອາ​ເມ​ລິ​ກາ​ແລະ​ທ່ານບິ​ວ ​ເກສ໌ ປະທານ​ຄະນະ​ບໍລິຫານ​ຂອງ​ບໍລິສັດ​ມາຍ​ໂຄຼຊອຟນັ້ນ, ທ່ານນາງ​ອູ​ອີ​ກ່າວ​ເນັ້ນວ່າ, ການ​ພັດທະນາ​ທຸລະ​ກິດ​ຢ່າງ​ສຳ​ເລັດ​ຜົນ​ຂອງບໍລິສັດGM​​ແລະ​ບໍລິສັດ​ມາຍ​ໂຄຼຊອຟ​ຢູ່​ຈີນ​ໄດ້​ພິສູດ​ຢ່າງ​ເຕັມ​ສ່ວນວ່າ, ການ​ພົວພັນ​ລະຫວ່າງຈີນກັບ​ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.
ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ສືບ​ເນື່ອງ, ອະນາຄົດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ຈີນ​​ອາ​ເມ​ລິ​ກາ​ກໍຈະ​ກວ້າງອອກ​ກວ່າ​ເກົ່າ.

ທ່ານ​ວາ​ໂກ​ເນີ​ແລະ​ທ່ານ​ເກສ໌ກ່າວ​ວ່າ, ຄວາມ​ພະຍາຍາມ​ແລະ​ການ​ຄືບ​ໜ້າ​ຂອງ​ລັດຖະບານ​ຈີນ​ໃນ​ດ້ານ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນມາດ​ຕະການ​ປະດິດ​ສ້າງ​ບາງ​ຢ່າງ​ແມ່ນ​ເປັນ​ໜ້າ​ຍ້ອງຍໍ. ທ່ານ​ທັງ​ສອງ​ກ່າວ​ວ່າ, ບໍລິສັດGM​ແລະ​ບໍລິສັດ​ມາຍ​ໂຄຼຊອ​ຟຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຈີນ, ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍ​ອອກ.