|
 |
(GMT+08:00)
2007-04-20 18:47:33
|
 |
ລັດຖະບານສູນກາງຈະສືບຕໍ່ສະໜັບສະໜູນອົງການປົກຄອງຮົງກົງແລະມາກາວປົກຄອງຕາມກົດໝາຍຕາຢ່າງໝັ້ນໜຽວບໍ່ປ່ຽນແປງ
cri
Author: mo
ຕາມຂ່າວCRI:ວັນທີ 20 ເມສານີ້, ຢູ່ເມືອງໂປອາວແຂວງໄຫຫລຳ ທ່ານອູປ່າງໂກະ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ, ລັດຖະບານສູນກາງຈີນຈະສືບຕໍ່ຜັນຂະຫຍາຍກົດໝາຍພື້ນຖານຢ່າງໝັ້ນໜຽວບໍ່ປ່ຽນແປງ, ສະໜັບສະໜູນອົງການປົກຄອງເຂດບໍລິຫານພິເສດຮົງກົງແລະມາກາວປົກຄອງຕາມກົດໝາຍ, ຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຍາວນານ.
ມື້ດຽວກັນ, ຢູ່ໂປອາວ ທ່ານອູປ່າງໂກະໄດ້ແຍກອອກພົບປະທ່ານເຫີໂຮ້ວຮວາ ຜູ້ວ່າການເຂດບໍລິຫານພິເສດມາກາວແລະທ່ານຖາງອິງນຽນ ຫົວໜ້າພະແນກການເງິນເຂດພິເສດຮົງກົງທີ່ເຂົ້າຮ່ວມກອງປະຊຸມປະຈຳປີ 2007 ຂອງເວທີປາໄສອາຊີໂປອາວ, ແລະພົບປະຄະນະຜູ້ແທນນັກທຸລະກິດຮົງກົງມາກາວທີ່ເຂົ້າຮ່ວມເວທີປາໄສ.
ທ່ານອູປ່າງໂກະຍັງໄດ້ລະດົມໃຈໃຫ້ບຸກຄົນວົງການອຸດສາຫະກຳການຄ້າຮົງກົງມາກາວອັນໄພສານສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ ຮັກຮົງກົງແລະມາກາວ, ປະກອບສ່ວນຫຼາຍກວ່າເກົ່າເພື່ອຄວາມຈະເລີນຮຸ່ງເຮືອງແລະຄວາມໝັ້ນທ່ຽງຂອງຮົງກົງມາກາວ, ແລະເພື່ອຊຸກຍູ້ການຮ່ວມມືເສດຖະກິດການຄ້າລະຫວ່າງເຂດໃນກັບຮົງກົງມາກາວ.
|
|
|