ຕາມຂ່າວCRI:ວັນທີ21ເມສານີ້,ທ່ານອູປາກົວ ປະທານສະພາປະຊາຊົນແຫ່ງຊາດຈີນກ່າວວ່າ,ຈີນຍິນດີສືບຕໍ່ອີງໃສ່ທິດທາງ"ມີໄມຕີຈິດຕໍ່ປະເທດໃກ້ຄຽງແລະຖືປະເທດໃກ້ຄຽງເປັນເພື່ອນ",ພ້ອມກັນກັບຟິລິບປິນທຳຄວາມພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວໄປໜ້າບົນພື້ນຖານສະເໝີພາບຕ່າງໄວ້ເນື້ອເຊື່ອໃຈກັນແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນເວລາທ່ານອູປາງກົວພົບປະທ່ານນາງກຼໍເຣຍ ມາກາພາການ ອາໂລໂຢ ປະທານາທິບໍດີຟິລິບປິນທີ່ມາເຂົ້າຮ່ວມກອງປະຊຸມປະຈຳປີ2007ຂອງເວທີປາໄສອາຊີໂປອາວນັ້ນ,ທ່ານເວົ້າວ່າ,ຝ່າຍຈີນຂອບໃຈຟິລິບປິນທີ່ໃຫ້ຄວາມເຂົ້າໃຈ ແລະການສະໜັບສະໜູນໃນບັນຫາໄຕ້ຫວັນ.ຝ່າຍຈີນຍິນດີພ້ອມກັນກັບຟິລິບປິນແລະຫວຽດນາມ,ຊຸກຍູ້ສາມຝ່າຍຮ່ວມກັນພັດທະນາທະເລຈີນໃຕ້ໃຫ້ໄດ້ຮັບໝາກຜົນທີ່ມີລັກສະນະທາດແທ້ໂດຍໄວ.
ທ່ານນາງອາໂລໂຢເວົ້າວ່າ,ຄວາມໄວ້ເນື້ອເຊື່ອໃຈທາງການເມືອງລະຫວ່າງຟິລິບປິນກັບຈີນເພິ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ,ການຮ່ວມມືທີ່ຕິດແທດຕົວຈິງຮອບດ້ານໄດ້ນັບມື້ນັບຂະຫຍາຍກວ້າງອອກ.ຝ່າຍຟິລິບປິນຍິນດີເພິ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນໃນຂົງເຂດການເມືອງ,ຄວາມປອດໄພ,ແລະເສດຖະກິດການຄ້າເປັນຕົ້ນຕື່ມອີກ,ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຮອບດ້ານແລະເລິກເຊິ່ງ.
|