ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-21 18:00:03    
"ກິດຈະຈຳ​ຕ່າງໆ​ກ່ຽວ​ກັບ​ການ​ສຶກ​ສາ​​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ນັກ​ສຶກ​ສາ​ຈີນ​ປີ 2007" ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ

cri Author: MO
ຕາມ​ຂ່າວCRI: ການ​ແຂ່ງຂັນ​ການ​ໂຕ້​ວາທີ​ກ່ຽວ​ກັບ​ການ​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ນັກ​ສຶກສາ​ທີ່​ຈັດ​ໂດຍ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນໄດ້​ຈັດ​ຂຶ້ນ​ໃນວັນ​ທີ 21 ​ເມສາ​ນີ້, ທັງ​ເປັນ​ການເລີ່​ມຕົ້ນກິດຈະກຳ​ຕ່າງໆກ່ຽວ​ກັບ​ການສຶກສາ​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ນັກ​ສຶກສາ​ຈີນ​ປີ 2007" ຢ່າງ​ເປັນ​ທາງ​ການ.

ໃນ​ການ​ແຂ່ງຂັນ​ໂຕ້​ວາທີ, ທ່ານ​ວາງ​ຈື້ສຽງ ຫົວໜ້າພະ​ແນ​ກ​ລິ​ຂະ​ສິດ​ຂອງ​ກົມລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ກິດຈະກຳ​ການ​ສຶກສາ​ທີ່​ມີ​ຫົວ​ຂໍ້​ຕົ້ນຕໍ​ທີ່​ຖືນັກ​ສຶກສາ​​ເປັນ​ຈຸດ​ໜັກ​​ໃນ​ການ​ເຜີຍ​ແຜ່ນັ້ນ ສາມາດ​ເຮັດ​ໃຫ້​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ປົກ​ປ້ອງ​ລິ​ຂະ​ສິດ​​ໄດ້​ເຜີຍ​ແຜ່​ຢູ່​ໃນ​ນັກ​ສຶກສາ​ທັງຫຼາຍ, ​ເຮັດ​ໃຫ້​ສະຕິ​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ນັກ​ສຶກສາ​ໄດ້​ຍົກ​ສູງ​ຂຶ້ນ.

ກິດຈະກຳ​ດັ່ງ​ກ່າວຖື"ການ​ປະຕິ​ເສດ​ການ​ລັກ​ລອກ​ແບບ​ເລີ່​ມຕົ້ນຈາກຂ້ອຍ​"​ເປັນ​ຫົວ​ຂໍ້​ຕົ້ນຕໍ, ຍັງ​ມີ​ກິດຈະກຳ​ຕ່າງໆ​ເຊັ່ນ ຜູ້​ຊ່ຽວຊານ​ລິ​ຂະ​ສິດ​ທີ່​ມີ​ຊື່​ສຽງ ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ກັບ​ລິ​ຂະ​ສິດ ​ແລະ​ຜູ້​ມີ​ສິດ​ປະພັນ​ຈັດ​ງານບັນຍາຍ​ຢູ່​ໂຮງຮຽນ​ເປັນຕົ້ນ.

ແຕ່​ປີ 2004 ​ເປັນຕົ້ນມາ, ​ແຕ່ລະ​ປີ, ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນກໍ​ໄດ້ຈັດ​ກິດຈະກຳ​ໂຄສະນາ​ແລະ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບການ​ປົກ​ປ້ອງ​ລິ​ຂະ​ສິດໃນ​ທົ່ວ​ປະ​ເທດ, ​ເພື່ອ​ຍົກ​ສະຕິ​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ສາທາລະນະ​ຊົນ​ໃຫ້​ສູງ​ຂຶ້ນ.