ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-22 18:57:21    
ລະດັບການ​ປັບ​ປຸງ​ບໍ​ລິ​ສັດ​ທີ່​ເຂົ້າ​ຕະ​ຫຼາດ​ຫຸ້ນ​ຂອງ​ຈີນ​ໄດ້​ມີ​ການ​ຍົກ​ສູງ​ຂຶ້ນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ການ​ສຳຫຼວດລາຍ​ໜຶ່ງ​​ຕໍ່​ບໍລິສັດ​ທີ່​ເຂົ້າຕະຫຼາດຫຸ້ນ​ຢູ່​ຊຽງ​ໄຮ້ ​ເສີ່​ນ​ເຈີ້​ນ​ແລະ​ຮົງ​ກົງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ກາຍ​ນີ້, ລະດັບ​ການ​ປັບປຸງ​ບໍລິສັດ​ທີ່​ເຂົ້າຕະຫຼາດຫຸ້ນ​ຂອງ​ຈີນ​ໄດ້​ມີ​ການ​ຍົກ​ສູງ​ຂຶ້ນ​, ສະພາບ​ແວດ​ລ້ອມ​ນະ​ໂຍບາຍ​ກົດໝາຍ​ແລະ​ການ​ປະຕິ​ຮູບການ​ແບ່ງ​ປັນຫຸ້ນ​ສ່ວນ​ໄດ້​ມີ​ບົດບາດ​ຊຸກ​ຍູ້​ອັນ​ພົ້ນ​ເດັ່ນ​ຕໍ່​ການ​ປົວ​ແປງ​ບໍລິສັດ​ທີ່​ເຂົ້າຕະຫຼາດຫຸ້ນ.

ຫວ່າງ​ມໍ່ໆ​ນີ້, ບໍລິສັດ​​ໂພຼຕີ​ວີ​ຕີ​ທີ່​ຊື່ສຽງ​ໃນ​ໂລກ​ໄດ້​ຮ່ວມກັບ​ພາກສ່ວນ​ຕ່າງໆ​​ເຊັ່ນ​ສະພາ​ບັນດິດ​ວິທະຍາສາດສັງຄົມ​ຈີນ​ເປັນຕົ້ນ, ປະກາດ​ບົດ​ລາຍ​ງານ​ຕີ​ລາຄາ​ການ​ປົວ​​ແປງ 100 ​ບໍລິສັດ​​ເຂັ້ມ​ແຂງ​ໃນບໍລິສັດ​ທີ່​ເຂົ້າຕະຫຼາດຫຸ້ນ​ຂອງ​ຈີນ​ໃນ​ສົກ​ປີ 2007. ບົດ​ລາຍ​ງານ​ຂຽນ​ວ່າ, ລະດັບ​ປົວ​ແປງ​​ບໍລິສັດ​ທີ່​ເຂົ້າຕະຫຼາດຫຸ້ນ​ຂອງ​ຈີນ​ຍົກ​ສູງ​ຂຶ້ນນັ້ນ​ໄດ້​ຄ່ອຍໆຫຼຸດ​ພົ້ນອອກ​ຈາກ​ກຳລັງ​ກົດ​ໜີບ​ດ້ານ​ການ​ຕິດຕາມ​ຄຸ້ມ​ຄອງ, ກຳລັງ​ຕະຫຼາດ​ແລະ​ກຳລັງ​ເປັນ​ເຈົ້າຕົນ​ເອງ​ຂອງ​ວິ​ສາ​ຫະກິດ​​ເລີ່​ມ​ເສີມ​ຂະ​ຫຍາ​ຍບົດບາດ.