ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-23 19:32:50    
ນັກ​ສຶກ​ສາ​ຕ່າງ​ປະ​ເທດ 3 ໝື່ນ 5 ພັນ​ຄົນ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ລະ​ດັບ​ພາສາ​ຈີນທີ່​ຈັດ​ຂຶ້ນ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ

cri Author: da
ຕາມ​ຂ່າວຂອງ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ​: ວັນ​ທີ 21​ແລະ 22 ເມສາ​ນີ້ ການ​ສອບ​ເສັງ​ລະດັບ​ພາສາ​ຈີນສະບັບດັດ​ແກ້​​ໄດ້​ຈັດ​ຂຶ້ນ​ຢູ່ 40 ກວ່າຕົວ​ເມືອງ​ຂອງຈີນ,ມີ​ນັກ​ສຶກສາ​ຕ່າງປະ​ເທດ 3 ໝື່ນ 5 ພັນ​ຄົນ​ເຂົ້າຮ່ວມ,ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ.

ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​ແມ່ນ​ການ​ສອບ​ເສັງ​​ມາດຖານ​ລະດັບ​ຊາດ​ທີ່​ຈີນ​ຕັ້ງ​ໄວ້​ເພື່ອ​ວັກ​ແທກ​ລະດັບ​ພາສາ​ຈີນຂອງ​ຄົນ​ຕ່າງປະ​ເທດ.ການ​ສອບ​ເສັງ​ລະດັບ​ພາສາຈີນສະບັບ​ດັດ​ແກ້​ໄດ້​ອອກ​ແບບຂໍ້​ສອບ​ໃໝ່​ເພື່ອ​ເຈາະ​ຈົງ​ສອບ​ເສັງ​ຄວາມ​ສາມາດ​ດ້ານ​ພາສາ​ແລະ​ການ​ຄົບ​ຄ້າ​ສະມາຄົມ.

ຈີນ​ແມ່ນ​ເລີ່​ມຈັດການ​ສອບ​ເສັງ​ລະດັບ​ພາສາ​ຈີນເປັນ​ເທື່ອ​ທຳ​ອິດ​ໃນຕົ້ນຊຸມ​ປີ1990.ນອກຈາກ​ແຜ່ນດິນ​ໃຫຍ່​ຈີນ​ແລ້ວ,ຢູ່ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ຍັງ​ແຈກ​ຢາຍ​ມີ​ບ່ອນ​ສອບ​ເສັງ​ລະດັບ​ພາສາຈີນ 60 ກວ່າ​ແຫ່ງ.