ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-25 16:20:53    
ແຜ່ນ​ດິນ​ໃຫຍ່ຈີນ​ເດັດດ່ຽວ​ຄັດ​ຄ້ານ​ໄຕ້​ຫວັນ​ເຂົ້າ​ເປັນ​ສະມາ​ຊິກ​ອົງ​ການ​ອະນາ​ໄມ​ໂລກ

cri
ຕາມ​ຂ່າວCRI, ວັນ​ທີ25​ເມສາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ອີ້ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ສະ​ເໜີ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ອົງການ​ອະນາ​ໄມ​ໂລກ​​ໃນ​ນາມ"​ໄຕ້​ຫວັນ", ​ແມ່ນ​ການ​ເລື່ອນ​ຂັ້ນ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ໃນ​ການ​ເຄື່ອນ​ໄຫວ​​ສາກົນ​ຂອງ​ເຂົາ, ແຜ່ນດິນ​ໃຫຍ່ຈີນຄັດ​ຄ້ານຢ່າງ​ເດັດດ່ຽວ​ຕໍ່​ເລື່ອງ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຢາງ​ອີ້​ກ່າ​ວ​ວ່າ, ​ແຜ່ນດິນ​ໃຫຍ່​ຈີນ​ເອົາ​ໃຈ​ໃສ່​ຕະຫຼອດ​ມາແລະ​ຕັ້ງໜ້າ​ປົກ​ປ້ອງ​ສິດ​ຮັກສາ​ສຸຂະ​ພາບ​ຂອງພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ, ອອກ​ແຮງ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງສອງ​ຝັ່ງ​ຊ່ອງ​ແຄບ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ. ​ໄຕ້​ຫວັນ​ມີ​ຊ່ອງ​ທາງ​ທີ່​ສະດວກ​ໃນ​ການ​ຮັບຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ແລະ​ການ​ຊ່ອຍ​ເຫຼືອ​ຈາກ​ອົງການ​ອະນາ​ໄມ​​ໂລກ.

ທ່ານ​ຢາງ​ອີ້​ກ່າວ​ວ່າ, ອົງການ​ອະນາ​ໄມ​ໂລກ​ແມ່ນ​ອົງ​ການ​ສະຫະ​ປະຊາ​ຊາດ​ທີ່​ມີ​ແຕ່​ປະ​ເທດ​ອະ​ທິປະ​ໄຕ​ຈຶ່ງ​ສາມາດ​ເຂົ້າ​ເປັນ​ສະມາຊິກ​ໄດ້,​ໄຕ້​ຫວັນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ, ບໍ່​ສາມາດ​ເຂົ້າ​ຮ່ວມ​ອົງການ​ດັ່ງກ່າວ​ດ້ວຍ​ຖານະທີ່​ເປັນ​ສະມາຊິກ​ຫຼື​​ເຄິ່ງສະມາຊິກ, ​ແລະກໍ​ບໍ່​ສາມາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາທາລະນສຸກ​ໂລກ​ໃນ​ນາມຜູ້​ສັງ​ເກດ​ການ.