|
 |
(GMT+08:00)
2007-04-25 18:00:23
|
 |
ໄຕ້ຫວັນບໍ່ມີຄຸນວຸດທິເຂົ້າຮ່ວມຫຼືຮ້ອງຂໍເຂົ້າຮ່ວມອົງການອະນາໄມໂລກ
cri
Author: cai
ຕາມຂ່າວCRI:ວັນທີ 25 ເມສານີ້,ທ່ານລີວຈ້ຽນຊ່າວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ໄຕ້ຫວັນບໍ່ມີຄຸນວຸດທິເຂົ້າຮ່ວມຫຼືຮ້ອງຂໍເຂົ້າຮ່ວມອົງການອະນາໄມໂລກ.
ກ່ອນໜ້ານີ້,ທ່ານເຊີນສຸຍປຽນ ຜູ້ນຳໄຕ້ຫວັນໄດ້ຝາກຈົດໝາຍໄປຍັງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ,ຮ້ອງຂໍເຂົ້າຮ່ວມອົງການອະນາໄມໂລກໃນນາມ"ໄຕ້ຫວັນ".ສຳນັກງານເລຂາຂອງອົງການອະນາໄມໂລກໄດ້ປະຕິເສດບໍ່ຮັບເອົາຈົດໝາຍດັ່ງກ່າວ.
ກ່ຽວກັບເລື່ອງນີ້,ທ່ານລີວຈ້ຽນຊ່າວກ່າວວ່າ,ອົງການອະນາໄມໂລກແມ່ນອົງການສະເພາະຂອງສະຫະປະຊາຊາດທີ່ມີແຕ່ປະເທດທີ່ມີອະທິປະໄຕຈຶ່ງເຂົ້າຮ່ວມໄດ້.ຕາມການກຳນົດໃນ"ກົດໝາຍວ່າດ້ວຍການຈັດຕັ້ງ"ຂອງອົງການດັ່ງກ່າວ,ໄຕ້ຫວັນບໍ່ມີຄຸນວຸດທິເຂົ້າຮ່ວມຫຼືຮ້ອງຂໍເຂົ້າຮ່ວມ.ສຳນັກງານເລຂາຂອງອົງການອະນາໄມໂລກບໍ່ຮັບເອົາຈົດໝາຍທີ່ກ່ຽວຂ້ອງນັ້ນສອດຄ່ອງກັບການກຳນົດໃນກົດໝາຍດັ່ງກ່າວ.ເຈຕະນາຂອງເຈົ້າໜ້າທີ່ໄຕ້ຫວັນທີ່ນຳໃຊ້ບັນຫາສາທາລະນະສຸກມາແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດນັ້ນຈະບໍ່ໄດ້ຮັບຜົນເລີຍ.
|
|
|