ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-25 18:23:38    
ທ່ານ​ໂຣ​ເກີ​​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ແຜນ​ການ​ຄົມ​ມະ​ນາ​ຄົມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ໂຣ​ເກີ ປະທານ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ,ທ່ານ​ມີ​ຄວາມໝັ້ນ​ໃຈຕໍ່​ນະ​ໂຍບາຍ​ຄົມມະນາຄົມ​ທີ່ກ່ຽວຂ້ອງທີ່​ນະຄອນ​ປັກ​ກິ່ງ​ວາງ​ໄວ້​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ປີ2008.

ວັນ​ທີ25​ເມສາ​ນີ້ ທ່ານ​ໂຣ​ເກີ​ທີ່​ພວມ​ເຂົ້າຮ່ວມ​ງານ​ກິລາ​ສາກົນ​ທີ່​ປັກ​ກິ່ງ​ໄດ້​ເຂົ້າຮ່ວມ​ງານ​ຖະ​ແຫຼ​ງຂ່າວ.ທ່ານ​ກ່າວ​ວ່າ,​ໃນງານ​ກິລາ​ໂອ​ລິ​ມປິກ​ແຕ່​ລະ​ຄັ້ງ​ທີ່​ຜ່ານ​ມາ​ລ້ວນ​ແຕ່​ເກີດ​ມີ​ບັນຫາ​ຄົມມະນາຄົມ,​ແຕ່ທ່ານ​ເຊື່ອ​ວ່າ ມາດ​ຕະການ​ທຸກ​ລາຍຂອງຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງສາມາດ​ຜ່ອນຄາຍ​ສະພາບ​ການລົດຕິດ​ຂອງ​ນະຄອນ​ປັກ​ກິ່ງ​ໃນ​ເວລາຈັດ​ງານ​ກິລາ​ໂອ​ລິ​ມປິກ.ທ່ານ​ໂຣ​ເກີ​ກ່າວ​ວ່າ,ຜູ່​ຊ່ຽວຊານ​ຄົມມະນາຄົມ​ຂອງ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ສາກົນ​ໄດ້​ຄົ້ນຄວ້າ​ແຜນການ​ຄົມມະນາຄົມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ,ປະຈຸ​ບັນ​ເຫັນ​ວ່າ​ບໍ່ມີ​ບັນຫາ​ຫຍັງ.

ມື້​ດຽວ​ກັນ,ຄະນະ​ກຳມະການ​ທີ່​ປຶກສາ​​​ຮ່ວມ​ມືປະສານ​ງານລະຫວ່າງ​ຊາດ​ໃນ​ດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 29 ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຢູ່​ປັກ​ກິ່ງ,ຜູ່​ຮັບຜິດ​ຊອບ​ອົງການ​ຄວາມ​ປອດ​ໄພ​ຂອງ 20 ກວ່າ​ປະ​ເທດ​ເຊັ່ນ​ຈີນ ອັງກິດ ​ອາ​ເມ​ລິ​ກາ ​​ແລະ​ເຢຍລະ​ມັນ​ພ້ອມ​ດ້ວຍອົງການ​ຕຳຫຼວດ​ອາຍາ​ສາກົນ​ໄດ້​ພ້ອມ​ກັນ​ຫາລື​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ໃນ​ໄລຍະ​ຈັດ​ງານ​ກິລ​າ​ໂອ​ລິ​ມປິກ.