ຕາມຂ່າວສານຊິນຮວາ:ເຈົ້າໜ້າທີ່ຊັ້ນສູງ,ຜູ້ຕາງໜ້າສະຖານີການເງິນທີ່ມີຊື່ສຽງຂອງສາກົນແລະຜູ້ຕາງໜ້າທະນາຄານກາງຂອງປະເທດບໍລິເວນອ່າວພາກເໜືອຂອງຈີນກັບອາຊຽນລວມ150ຄົນຈະເຂົ້າຮ່ວມເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດບໍລິເວນອ່າວພາກເໜືອທີ່ຈະຈັດຂຶ້ນຢູ່ເມືອງນານນີງໃນເດືອນກໍລະກົດປີນີ້.ເຈົ້າໜ້າທີ່ຮ່ວມປະຊຸມຈະລົງເລິກຫາລືຫົວຂໍ້ກ່ຽວກັບ"ພ້ອມກັນສ້າງຂົ້ວເພິ່ມຂຶ້ນໃໝ່ຈີນ-ອາຊຽນ".
ວັນທີ25ເມສານີ້,ທ່ານເຊີນລຸ້ຍຊຽນ ຮອງເລຂາທິການໃຫຍ່ຄະນະຈັດຕັ້ງເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດບໍລິເວນອ່າວພາກເໜືອໄດ້ແຈ້ງຂ່າວນີ້ໃຫ້ຊາບຢູ່ເມືອງນານນີງ.
ທ່ານເຊີນລຸ້ຍຊຽນກ່າວວ່າ,ການສະໜັບສະໜູນດ້ານການເງິນແມ່ນພາຫະນະສຳຄັນທີ່ຊຸກຍູ້ເສດຖະກິດພາກພື້ນໃຫ້ພັດທະນາ,ສະນັ້ນ,ການເພິ່ມທະວີການຮ່ວມມືດ້ານການເງິນຢູ່ບໍລິເວນອ່າວພາກເໜືອຈະກາຍເປັນຫົວຂໍ້ທີ່ສຳຄັນຂອງເວທີປຶກສາຫາລືເທື່ອນີ້.
|