ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-27 16:40:30    
ຈີນ​ຕໍ່​ວາ​ຕໍ່​ຂານ​ກັບ​ອາ​ເມ​ລິ​ກາ​ຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ກະ​ທຳ​ຜິດ​ກົດ​ໝາຍ​ຢູ່​ເຂດ​ຕິ​ເບດ​ຂອງ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ເມສາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ກະທຳ​ຜິດ​ກົດໝາຍ​ຈີນຢູ່​ເຂດ​ຕິ​ເບດ,​ທ່ານ​ລີວຈ້ຽນສ່າ​ວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນໄດ້ຕໍ່​ວາ​ຕໍ່​ຂານ​ກັບອາ​ເມລິກາ​​ຢ່າງ​ເຄັ່ງ​ຂືມ.

ທ່ານ​ລີ​ວຈ້ຽນສ່າ​ວ​ກ່າວວ່າ,​ຕິ​ເບ​ດ​ແມ່ນ​ດິນ​ແດນ​ສ່ວນໜຶ່ງ​ທີ່​​ຕັດແຍກ​ບໍ່​ໄດ້​ຂອງ​ຈີນ,​ລັດຖະ​ບານ​ຈີນ​ແລະ​ປະຊາຊົນ​ຈີນຈະ​ອົດ​ກັ້ນຕໍ່​ການ​ເຄື່ອນ​​ໄຫວ​​ໃດໆທີ່​ແນ​ໃສ່​ແບ່ງ​ແຍກ​ປະ​ເທດ​ຈີນບໍ່​ໄດ້ຢ່າງ​ເດັດຂາດ.​ຈີນຮຽກ​ຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ,​ຮຽກ​ຮ້ອງ​ໃຫ້​ພົນລະ​ເມືອງ​ອາ​ເມ​ລິ​ກາ​ທີ່​ມາ​ປະ​ເທດ​ຈີນ​ນັ້ນ​ຈົ່ງ​ເຄົາລົບ​ກົດໝາຍ​ຈີນ,​ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດ​ໝາຍ​ໃດໆ.ຝ່າຍ​ອາ​ເມ​ລິ​ກາ​ຄວນ​ກຳຈັດ​ຜົນ​ສະ​ທ້ອນ​ອັນ​ຮ້າຍ​ແຮງ​ຂອງ​ເລື່ອງ​ນີ້,ຫຼີກ​ເວັ້ນ​ບໍ່​ໃຫ້​ເຫດການ​ທີ່​ຄ້າຍຄື​ກັນນີ້​ເກີດຂຶ້ນ​ອີກ.

ຕອນ​ເຊົ້າ​ວັນ​ທີ25​ເມສາ​ນີ້,ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ5​ຄົນ​ໄດ້​ເຄື່ອນ​ໄຫວ​ແບບຜິດ​ກົດໝາຍ​​ທີ່​ແນ​ໃສ່​ແບ່ງ​ແຍກ​ປະ​ເທດ​ຈີນ​ຢູ່​ຄ້າຍຈອມ​ພູ​ຈູມູ້​ລັງມາ​ທີ່​ຢືຄາ​ເຈີ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ,​ເມື່ອ​ທະຫານ​ປ້ອງ​ກັນ​ຊາຍ​ແດນຂອງ​ຈີນ​ເຫັນ​ແລ້ວ​​ໄດ້​ສະກັດ​ກັ້ນ​ໄວ້,​ແລະ​ເນລະ​ເທດ​ນັກ​ທ່ອງ​ທ່ຽວ5​ຄົນ​ດັ່ງກ່າວ​ອອກ​ຈີນ​​ໂດຍ​ອີງ​ຕາມ​"ກົດໝາຍ​ຄຸ້ມ​ຄອງການ​ເຂົ້າ​ອອກ​ເມືອງຂອງ​ຄົນ​ຕ່າງປະ​ເທດ".