|
 |
(GMT+08:00)
2007-04-30 19:01:52
|
 |
ວິສາຫະກິດແລະອົງການວິຊາສະເພາະຂອງຫຼາຍປະເທດເຊັ່ນລາວເປັນຕົ້ນຈະເຂົ້າຮ່ວມງານຕະຫຼາດນັດຟູຈ້ຽນຈີນຄັ້ງທີ4ເປັນຄັ້ງທຳອິດ
cri
Author: da
ຕາມຂ່າວສານຊິນຮວາ: ງານຕະຫຼາດນັດຟູຈ້ຽນຈີນຄັ້ງທີ4ທີ່ຈັດຂຶ້ນຢູ່ເມືອງຟູໂຈ່ວພາກໃຕ້ຈີນແຕ່ວັນທີ 18-22 ພຶດສະພາ ຈະຕັ້ງເຂດວາງສະແດງຈັດຊື້ຂ້າມຊາດເທື່ອທຳອິດ,ເຊື້ອເຊີນນັກທຸລະກິດຈັດຊື້ສາກົນຂະໜາດໃຫຍ່ແລະນັກທຸລະກິດຈັດຊື້ສິນຄ້າຂອງຈີນແລະຕ່າງປະເທດມາເຂົ້າຮ່ວມການວາງສະແດງ.
ຕາມໄດ້ຊາບ,ໃນງານຕະຫຼາດນັດຄັ້ງນີ້ ອັດຕາສ່ວນວິສາຫະກິດຕ່າງປະເທດເຂົ້າຮ່ວມການວາງສະແດງສືບຕໍ່ສູງຂຶ້ນ,ໄດ້ຕັ້ງເຂດວາງສະແດງສຳລັບຍີ່ປຸ່ນແລະສ.ເກົາຫຼີ ເຂດວາງສະແດງສຳລັບອາຊີອາຄະເນ ເຂດວາງສະແດງສຳລັບເອີລົບອາເມລິກາ ແລະເຂດວາງສະແດງສຳລັບຮົງກົງມາກາວໄຕ້ຫວັນເປັນຕົ້ນ,ເພື່ອວາງສະແດງສິນຄ້ານຳເຂົ້າທີ່ມີທ່າແຮງ.
ປະຈຸບັນ,ບ່ອນວາງສະແດງໃນຫໍສິນຄ້ານຳເຂົ້າໄດ້ຖືກຈອງໝົດແລ້ວ,ຂະແໜງການວາງສະແດງກວມເຖິງເຕັກນິກກົນຈັກ ການຂົນສົ່ງທາງຍົນ ການຄ້າສິນຄ້າ ການຜະລິດເຄື່ອງນຸ່ງເປັນຕົ້ນ. ວິສາຫະກິດແລະອົງການວິຊາສະເພາະຂອງຫຼາຍປະເທດເຊັ່ນ ລາວ ອາເມລິກາ ອົສຕຼາລີ ດານມາກ ໂປໂລຍແລະຫວຽດນາມເປັນຕົ້ນຈະເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ເປັນຄັ້ງທຳອິດ.
|
|
|