ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-03 18:57:19    
ເຂດ​ກວາງ​ຊີ​ເລັ່ງ​ລັດ​ກໍ່​ສ້າງ​ຊ່ອງ​ທາງ​ດ່ວນ​ຫຼາຍ​ສາຍ​ເພື່ອ​​ເຊື່ອ​ມຕໍ່​ກັບ​ຫວຽດນາມ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ພະ​ແນ​ກຄົມມະນາຄົມ​ເຂດປົກຄອງ​ຕົນ​ເອງ​ເຜົ່າຈ້ວງ​ກວາງຊີ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ວ່າ,​ເຂດ​ກວາງຊີຈະເລັ່ງລັດ​ກໍ່ສ້າງ​ຊ່ອງ​ທາງ​ດ່ວນ​ຫຼາຍ​ສາຍ​ເພື່ອ​​ເຊື່ອ​ມຕໍ່​ກັບ​ຫວຽດນາມ.

ປະຈຸ​ບັນ,​ເຂດກວາງຊີ​ພວມ​ວາງ​ແຜນ​ກໍ່ສ້າງ​ຊ່ອງ​ທາງ​ສຳຄັນ​ຫຼາຍ​ສາຍ​ທີ່​ເນັ່ງ​ໄປ​ສູ່​ຫວຽດນາມ,​ເພື່ອຈໍ່​ຕົວ​ເປັນ​ຊ່ອງ​ທາງ​ເທີ​ງ​ບົກທີ່​ເຊື່ອມ​ຕໍ່​ຫວຽດນາມ​ແລະ​ເນັ່ງ​ໄປ​ສູ່​ພາກ​ໃຕ້ ພາກ​ກາງ​ແລະ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.ຄາດ​ວ່າ ຮອດ​ປີ2010 ​ຢູ່​ລະຫວ່າງ​ເມືອງ​ນານ​ນິງ​​ເຂດກວາງຊີຈີນກັບ​ນະຄອນ​ຮ່າ​ໂນ້ຍຂອງຫວຽດນາມ​ຈະ​ສ້າງ​ສຳ​ເລັດ​ທາງ​ດ່ວນ.

​ເຂດ​ກວາງຊີ​ກັບ​ຫວຽດນາມ​ໄດ້​ເປີດ​ເສັ້ນທາງ​ຂົນ​ສົ່ງ​ຜູ່​ໂດຍສານ​ແລະ​ສິນຄ້າ 10 ສາຍ​ແລ້ວ,​ໄດ້​ເສີມ​ຂະຫຍາຍ​ບົດບາດອັນຕັ້ງໜ້າ​ຕໍ່​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ແລະ​ຊຸກຍູ້​​ເຂດກວາງຊີ​ໄຂ​ປະຕູ​ສູ່​ພາຍ​ນອກ.