ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-04 19:07:30    
ເຕັກ​ນິກ"​ເຈ້ຍ​ເອ​ເລັກ​ໂຕຼ​ນິກ"ເຂົ້າ​ໃນ​ໄລຍະ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຢ່າງ​ເປັນ​ທາງ​ການ​ຢູ່​ຈີນ

cri Author: da
ຕາມ​ຂ່າວສາ​ນຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ວ່າ, "​ເຈ້ຍ​ເອ​ເລັກ​ໂຕຼນິກ"​ໄດ້​​ເລີ່​ມ​ຜະລິດຢ່າງ​ເປັນ​ທາງ​ການ​ຢູ່​ເມືອງກວາງ​ໂຈ່​ວ.ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຕັກນິກ"​ເຈ້ຍ​ເອ​ເລັກ​ໂຕຼນິກ"ໄດ້​ເຂົ້າສູ່​ໄລຍະຫັນ​ເປັນອຸດສາຫະກຳ​ຢ່າງ​ເປັນ​ທາງ​ການ​ຢູ່​ຈີນ.

"​ເຈ້ຍ​ເອ​ເລັກ​ໂຕຼນິກ"ນີ້​ນ້ອຍ​ທໍ່​ກັບ​ປຶ້ມ,​ເມື່ອ​ທຽບ​ກັບ​ຄອມ​ພິວ​ເຕີ​ນົດບຸກ​ແລ້ວ,ມັນ​​ໃຊ້​ໄດ້​ເທື່ອ​ແລ້ວ​ເທື່ອ​ອີກ,ຖືກ​ເອີ້ນ​ເປັນ"​ເຈ້ຍ​ທີ່​ຂຽນ​ບໍ່​ໝົດ​ຈັກ​ເທື່ອ"; ​ເມື່ອ​ທຽບ​ກັບ​ຄອມ​ພິວ​ເຕີນົດບຸກ,ຖ່ານ​ຂອງ​ຄອມ​ພິວ​ເຕີ​ນົດບຸກ​ເທື່ອ​ໜຶ່ງ​ໃຊ້​ໄດ້ປະມານ3ຊົ່ວ​ໂມງທໍ່​ນັ້ນ,​ແຕ່​"​ເຈ້ຍ​ເອ​ເລັກ​ໂຕຼນິກ"​ເທື່ອ​ໜຶ່ງໃຊ້​​ໄດ້10ມື້​,ຄອມ​ພິວ​ເຕີນົດບຸກ​ມີ​ຜົນ​ຮ້າຍ​ຕໍ່​ຕາ​ຄົນ,​ແຕ່"​ເຈ້ຍ​ເອ​ເລັກ​ໂຕຼນິກ"​ພັດ​ມີ​ຜົນ​ເໝືອນກັບ​ເຈ້ຍທຳ​ມະດາ,ອ່ານ​ໄດ້​ເປັນ​ເວລາ​ດົນ​ນານ​.

ຜູ່​ຊ່ຽວຊານ​ທີ່​ກ່ຽວ​ຂ້ອງ​ເຫັນ​ວ່າ,ການ​ນຳ​ໃຊ້​ແລະ​ເຜີຍ​ແຜ່"​ເຈ້ຍ​ເອ​ເລັກ​ໂຕຼນິກ"​ສາມາດ​ຫຼຸດ​ການ​ນຳ​​ໃຊ້​ເຈ້ຍ​ທຳ​ມະ​ດາ​ເປັນ​ກ້າວໆ,​ແລ້​ດຫຼຸດ​ການ​ປ້ຳ​ໄມ້​ໃຫ້​ໜ້ອຍ​ລົງ​,ມີ​ບົດບາດ​ສຳຄັນ​ທີ່​ປະ​ຢັດຊັບພະຍາກອນ​ແລະອະນຸລັກ​ສິ່ງ​ແວດ​ລ້ອມ,​ແມ່ນ​ເຕັກນິກ​ຂໍ​ກະ​ແຈໃນ​ການ​ສ້າງ​ສັງຄົມ​ປະຢັດ.