ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-09 14:19:38    
"ສັບ​ປະ​ດາ​ຄຳ"​ຊຸກ​ຍູ້​ເສດ​ຖະ​ກິດ​ວັນ​ບຸນ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ນັບ​ແຕ່​ວັນຊາດ​1​ຕຸ​ລາ​ປີ​1999​ມາ​ຮອດ​ວັນ​ກຳ​ມະ​ກອນ​ສາ​ກົນ​1​ພຶດ​ສະ​ພາ​ປີ​ນີ້,ຄົນ​ຈີນ​ໄດ້​ຜ່ານ​ໄລຍະ​ພັກ​ຍາວ7ມື້20​ເທື່ອ​ແລ້ວ.​ວັນ​ທີ8​ພຶດ​ສະ​ພາ​ນີ້,​ຫ້ອງ​ການ​ຂອງ​ກອງປະຊຸມ​ປະສານ​ງານ​ລະຫວ່າງກະຊວງ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ທ່ອງ​ທ່ຽວ​ວັນ​ບຸນ​ທົ່ວ​ປະ​ເທດ​ຈີນ​ປະກາດ​ຕົວ​ເລກ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ,​ນັບ​ລວມ​ແລ້ວ,​ສັບ​ປະ​ດາ​ຄຳ20​ເທື່ອ​ນີ້,​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ1​ຕື້​810​ລ້ານ​ເທື່ອ​ຄົນ.ສ້າງ​ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ​744​ຕື້​ຢວນ.

ວັນ​ທີ18​ກັນຍາ​ປີ1999,ລັດຖະບານ​ຈີນ​ຕົກລົງ​ເພີ່ມ​ຈຳນວນ​ມື້​ພັກ​ວັນ​ບຸນໃຫ້​ປະຊາຊົນ,ຈິ່ງ​ໄດ້​ເກີດ​ເປັນ​ໄລຍະ​ພັກ​7​ມື້​ລຽນຕິດ​3​ເທື່ອ​ຄືໃນ​ຍາມ​ບຸນ​ກຸດ​ຈີນ,​ວັນ​ກຳ​ມະ​ກອນ​ສາ​ກົນ​1​ພຶດ​ສະ​ພາ​ແລະ​ວັນ​ຊາດ​1ຕຸລາ,​ເຊິ່ງຖືກ​ເອີ້ນ​ເປັນ​ສັບ​ປະ​ດາ​ຄຳ.​ໃນ​ໄລ​ຍະ​ສັບ​ປະ​ດາ​ຄຳ,​ນອກ​ຈາກ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ຖິ່ນ​ແລ້ວ,ການ​ບໍ​ລິ​ໂພ​ກຂອງ​ຄົນ​ຈີນນັບ​ມື້​ນັບ​ສູງ​ຂຶ້ນ,​ອັນ​ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​ວັນ​ບຸນ​ພັດທະນາ​ຢ່າງ​ວ່ອງ​ໄວ.