|
 |
(GMT+08:00)
2007-05-09 17:25:28
|
 |
ຈີນອອກແຮງປົກປ້ອງສິດຊັບສິນທາງປັນຍາ
cri
Author: da
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດ: ທ່ານຈ່ຽງເຈີງເຫວີຍ ຫົວໜ້າຫ້ອງການຂອງໜ່ວຍງານປົກປ້ອງສິດຊັບສິນທາງປັນຍາແຫ່ງຊາດຈີນເວົ້າວ່າ,ຈີນໄດ້ຕັ້ງໜ້າຊຸກຍູ້ວຽກງານປົກປ້ອງສິດທີ່ຊັບສິນທາງປັນຍາດ້ວຍທ່າທີຮັບຜິດຊອບຕະຫຼອດມາ,ໂດຍສະເພາະແມ່ນຫຼັງຈາກເຂົ້າເປນສະມາຊິກຂອງອົງການການຄ້າໂລກຫຼືWTOມານີ້,ພາຍໃຕ້ຄວາມພະຍາຍາມຮ່ວມຂອງທົ່ວສັງຄົມ,ການປົກປ້ອງສິດຊັບສິນທາງປັນຍາຂອງຈີນໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ.
ທ່ານຈ່ຽງເຈີ່ງເຫວີຍໃຫ້ທັດສະນະດັ່ງກ່າວໃນເວລາໃຫ້ສຳພາດຕໍ່ໜັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດ.
ທ່ານເວົ້າວ່າ,ຈີນໄດ້ສ້າງຮູບການປົກປ້ອງສິດຊັບສິນທາງປັນຍາທີ່ມີ"ສອງຊ່ອງທາງກ້າວໄປພ້ອມກັນ"ທີ່ໄດ້ຮັບການປົກປ້ອງໃນດ້ານການບໍລິຫານແລະດ້ານຍຸດຕິທຳ.ຈີນໄດ້ສ້າງຕັ້ງສູນບໍລິການການລາຍງານແລະກ່າວຟ້ອງກ່ຽວກັບການປົກປ້ອງສິດຊັບສິນທາງປັນຍາໃນ50ຕົວເມືອງທົ່ວປະເທດ;ວຽກງານນຳໃຊ້ຕົ້ນສະບັບຊອຟແວໄດ້ຮັບການຊຸກຍູ້,ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານໄດ້ອອກກົດລະບຽບ,ຮຽກຮ້ອງໃຫ້ຕິດຕັ້ງລະບົບຕົ້ນສະບັບໃຫ້ຄອມພິມເຕີທີ່ຜະລິດແລະຂາຍຢູ່ໃນຈີນ;ວຽກງານປັບປຸງຄຸ້ມຄອງໄດ້ໄປສູ່ລວງເລິກ;ວຽກງານຍຸດຕິທຳກ່ຽວກັບສິດຊັບສິນທາງປັນຍາກໍໄດ້ມີຄວາມຄືບໜ້າອັນໃໝ່.
|
|
|