ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-11 10:46:11    
ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກ​ທີ່​ໃຊ້​ກັບ​ຄົນ​ທີ່​ຈີນ​ຄົ້ນ​ຄວ້າ​ຜະລິດ​ໄດ້​ເຂົ້າ​ສູ່​ການ​ທົດ​ລອງ​ນຳ​ໃຊ້​ໄລ​ຍະ​ທີ​2

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້ ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກົມ​ຕິດຕາມ​ຄຸ້ມ​ຄອງອາຫານ​ແລະຢຸກ​ຢາ​ແຫ່ງ​ຊາດຈີນ​ແລ້ວ,"ວັກ​ແຊງຕ້ານ​​ໄຂ້ຫວັດ​​ໃຫຍ່​" ຊຶ່ງ​ເປັນວັກ​ແຊງ​ໄຂ້ຫວັດ​ສັດ​ປີກທີ່​ໃຊ້​ກັບຄົນ​ທີ່ຈີນ​ຄົ້ນຄວ້າ​ຜະລິດນັ້ນ​ໄດ້​ເຂົ້າສູ່ການ​ທົດ​ລອງ​ນຳ​ໃຊ້​ໄລຍະທີ​2.

ຖ້າວ່າການ​ທົດ​ລອງ​ນຳ​ໃຊ້​"ວັກ​ແຊງຕ້ານ​ໄຂ້ຫວັດ​​ໃຫຍ່​"ໄລຍະທີ​2ສຳ​ເລັດ​ຜົນ​ແລ້ວ,ກໍ​ໝາຍ​ຄວາມ​ວ່າ ຈີນ​ໄດ້​ຜະລິດ​ເຕັກ​ນິກ​ໃຈ​ກາງ​ຂອງ​ວັກ​ແຊງ​ໄຂ້ຫວັດ​ສັດ​ປີກທີ່ໃຊ້​ກັບ​ຄົນ.​ພ້ອມ​ກັນ​ນັ້ນ,ຈີນ​ພວມ​ຕັ້ງ​ໜ້າ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ການ​ຜະລິດ​ວັກ​ແຊງ,​ເພື່ອ​ຮັບປະ​ກັນ​ການ​ຕອບ​ສະໜອງ​ວັກ​ແຊງ​ທີ່​ບັງ​ເກີດ​ຜົນ​ໃນ​ຍາມ​ພະຍາດ​ໄຂ້ຫວັດ​​ໃຫຍ່​ເກີດ​ຂຶ້ນ,​ແລະ​ຄວບ​ຄຸມ​ບໍ່​ໃຫ້​ມັນ​ລະບາດ​ໃນ​ຂອບ​ເຂດ​ກວ້າງ.ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກທີ່​ໃຊ້​ກັບ​ຄົນ​ແມ່ນ​​ໂຄງການ​ຄົ້ນຄວ້າສຳຄັນ​ຂອງ​ຈີນ ທີ່ໄດ້​ບັນລຸ​ລະດັບ​ນຳ​ໜ້າ​ສາກົນ​ແລ້ວ.