ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 22:46:23    
ຈີນ​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດ​ນາມ​ລວມ​1​ຕື້​840​ລ້ານ​ກິ​ໂລ​ວັດ​ໂມງ​

cri
ຕາມ​ຂ່າ​ວສານ​ຊິນ​ຮວາ,ບໍລິສັດ​ໄຟ້​ຟ້າ​ແຂວງ​ຢຸນນານ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ມີນາ​ປີ​ນີ້,ຈີນ​ໄດ້​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດນາມ​ລວມ​1​ຕື້​840​ລ້ານ​ກິ​ໂລ​ວັດ​ໂມງ​,ຄາດ​ວ່າ,ຮອດ​ທ້າຍ​ປີ​ນີ້,ຈະ​ລື່ນ​ກາຍ2​ຕື້500ລ້ານ​ກິ​​ໂລ​ວັດ​ໂມງ.

ນັບແຕ່​ເດືອນ​ກັນຍາ​ປີ2004​ເປັນ​ຕົ້ນ​ມາ,ຈີນ​ເລີ່​ມສົ່ງ​ອອກ​ໄຟຟ້າ​ໄປ​ໃຫ້​ຫວຽດນາມ.​ເດືອນ​ກັນຍາ​ປີ​ກາຍ​ນີ້,​ກິດຈະການ​ຕາໜ່າງ​ໄຟຟ້າ​ຂະ​ໜາດ​220​ກິ​ໂລ​ໂວນ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​ແຫ່ງ​ທຳ​ອິດ​ໄດ້​ສ້າງ​ສຳ​ເລັດ​ແລະ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ເປັນ​ທາງ​ການ,​ສະ​ໜອງ​ໄຟ​ຟ້າ​ໃຫ້​6​ແຂວງ​ພາກ​ເໜືອ​ຂອງ​ຫວຽດນາມ,​ນີ້​ກໍ​ແມ່ນ​ກິດ​ຈະ​ການ​ສົ່ງ​ໄຟ​ຟ້າ​ໄປ​ຕ່າງ​ປະ​ເທດ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ.​ທ້າຍ​ເດືອນ​ເມ​ສາ​ປີ​ນີ້, ​ກິດ​ຈະ​ການ​ທີ​ສອງ​ທີ່​ສົ່ງ​ໄຟ​ຟ້າ​ຂະ​ໜາດ​220​ກິ​ໂລ​ໂວນ​ລະ​ຫວ່າງ​ຈີນ​ຫວຽດນາມ​ຈະ​ສ້າງ​ສຳ​ເລັດ​ແລະ​ເລີ່​ມສົ່ງ​ໄຟ​ຟ້າ.

ນອກ​ນີ້,ຈີນ​ຫວຽດນາມ​ຍັງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ພະລັງ​ໄຟຟ້າ.​ເດືອນ​ພະຈິກ​ປີ​ກາຍ​ນີ້,ຈີນ​ແລະ​ຫວຽດນາມ​ໄດ້​ຮ່ວມ​ກັນ​ລົງທຶນ​ສ້າງ​ຕັ້ງ​ໂຮງງານ​ຜະລິດ​ໄຟຟ້າ​ດ້ວຍ​​​ແຮງໄຟ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ,ຕາມ​ແຜນການ​ຈະ​ຜະ​ລິດ​ໄຟ​ຟ້າ​ໄດ້3​ລ້ານ​ກິ​ໂລ​ວັດ​.ປັດຈຸບັນ,ຈີນ​​ແລະ​ຫວຽດນາມ​ພວມ​ຕັ້ງໜ້າ​ເລັ່ງລັດ​ບາດກ້າວ​ປະຕິບັດ​ໂຄງການ​ໄຟຟ້າ​ຂະໜາດ500​ກິ​​ໂລ​​ໂວ​ນລະຫວ່າງ​ສອງ​ປະ​ເທດ.