ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-13 20:15:09    
ຜູ່​ບັນ​ຊາ​ການ​ຂອງ​ກອງ​ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ປາ​ຊີ​ຟິກ​ກ່າວ​ວ່າ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ສັນ​ຕິ​ພາບ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ, ວັນ​ທີ12​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານຕີ​​ໂມ​ທີ ຄີ​ຕິງ ຜູ່​ບັນຊາ​ການ​ ​ຂອງກອງ​ບັນຊາ​ການກອງ​ທະຫານ​ອາ​ເມ​ລິ​ກາປະຈຳ​ປາຊີ​ຟິກທີ່​ພວມ​ຢ້ຽມຢາມ​ຈີນ​ກ່າວ​ວ່າ,ການ​ແລກປ່ຽນ​ກັນ​ລະຫວ່າງ​ສອງ​ກອງທັບ​ອາ​ເມ​ລິ​ກາ​ຈີນ​ພວມ​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ.ນະ​ໂຍບາຍ​ຕໍ່​ໄຕ້​ຫວັນ​ຂອງ​ອາ​ເມ​ລິ​ກາ​ບໍ່​​ໄດ້ມີ​ການ​ປ່ຽນ​ແປງຫຍັງ,ຍັງ​ຄົງ​ຈະພະຍາຍາມ​ຮັກສາສັນຕິພາບ​ຢູ່ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ໃນ​ເວລາ​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ໃນ​ການ​ຢ້ຽມຢາມ​ຈີ​ນ​ເທື່ອ​ນີ້,ທ່ານ​ຄີ​ຕິງ​ກ່າວ​ວ່າ,ການ​ເຈລະຈາ​ກັບ​ເຈົ້າ​ໜ້າ​ລັດ​ຖະບານ​ແລະ​ກອງ​ທະຫານ​ທັບຈີນ​ແມ່ນ​ເວົ້າ​ກັນ​ແບບ​ກົງ​ໄປ​ກົງ​ມາ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ.​ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ກອງ​ທັບ​ຕື່ມ​ອີກ​ບົນ​ພື້ນ​ຖານ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ,​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ລະ​ດັບ​ຕ່າງໆ​ແລະ​ຂົງ​ເຂດ​ຕ່າງໆ.

ທ່ານ​ຄີ​ຕິງ​ກ່າວ​ເນັ້ນ​ວ່າ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ,​ເຄົາ​ລົບ​ປະ​ການ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ,​ຈະ​ບໍ່​ສະ​ໜັບ​ສະ​ໜູນ​ໄຕ້​ຫວັນ​ເປັນ​ເອກະລາດ​ຢ່າງ​ເດັດຂາດ.