ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-15 18:53:05    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ແຜນ​ເລິກ​ແລບ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທີ່​ສວຍ​ໃຊ້​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​ເພື່ອ​ເຮັດ​ໃຫ້"​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ໃນ​ດ້ານ​ນິ​ຕິ​ທຳ"​ໃນ​ສາ​ກົນ​ບັນ​ລຸ​ຜົນ​ເປັນ​ຈິງ​ບໍ່​ໄດ້

cri
 ຕາມ​ຂ່າວcri:ວັນ​ທີ15 ພຶດສະພານີ້,ນາງຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼ​ງວ່າ,​ແຜນ​ການ​ອັນ​ເລິກ​ແລບ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທີ່​​ຢາກ​ສວຍໃຊ້​ບັນຫາ​ສາທາ​ລະນະ​ສຸກ​ມາ​ເຮັດ​ໃຫ້"​ໄຕ້​ຫວັນ​ເປັນ​ເອກະລາດ​​ໃນ​ດ້ານ​ນິຕິ​ທຳ"​ໃນ​ສາກົນ​ແມ່​ນບັນລຸ​ຜົນ​ເປັນ​ຈິງ​ບໍ່​ໄດ້.

ວັນ​ທີ14 ພຶດສະພາ​ນີ້,ກອງ​ປະຊຸມ​​ໃຫຍ່ອະນາ​ໄມ​ໂລກ​ຄັ້ງ​ທີ60​ໄດ້ຈັດ​ຂຶ້ນ​ຢູ່​ເຊີ​ແນວ.​ພາຍ​ໃຕ້​ການ​ຍຸຍົງ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ,ບາງ​ປະ​ເທດສະ​ເໜີ​ໃຫ້​ຈັດ​ເອົາ​ຍັດຕິ​ທີ່"​ຮຽກ​ຮ້ອງ​ໃຫ້​ກອງ​ປະຊຸມ​ໃຫຍ່​ອະນາ​ໄມ​ໂລກ​ຫາລື​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ອະ​ນາ​ໄມ​ໂລກ​ຂອງ​ໄຕ້ຫວັນ"​ເຂົ້າ​ໃນ​ວາລະການ​ປະຊຸມ.ຄວາມ​ຮຽກ​ຮ້ອງ​ທີ່​ໄຮ້​ເຫດ​ຜົນ​ດັ່ງ​ກ່າວ​ໄດ້​ຖືກ​ສະມາຊິກ​ທັງ​ຫຼາຍ​ຂອງ​ອົງການ​ອະນາ​ໄມ​ໂລກ​ຄັດຄ້ານ​ຢ່າງ​ເດັດ​ດ່ຽວ,​ຖືກ​ກອງ​ປະຊຸມ​​ໃຫຍ່​ປະຕິ​ເສດ​ຢ່າງ​ເດັດຂາດ.

ນາງຈ່ຽງຢູຊີ້​ອອກ​ວ່າ,ອົງການ​ອະນາ​ໄມ​ໂລກ​ແມ່ນ​ອົງການ​ສະ​ເພາະ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ອະທິ​ປະ​ໄຕ,​ໄຕ້​ຫວັນ​ຈຶ່ງບໍ່​ມີ​ເງື່ອນ​ໄຂ​ເຂົ້າ​ເປັນ​ສະ​ມາ​ຊິກ.​ກອງ​ປະ​ຊຸມ​ໃຫຍ່​ອະ​ນາ​ໄມ​ໂລກ​ປະ​ຕິ​ເສດ​ຍັດຕິ​ທີ່​ກ່ຽວ​ຂ້ອງ​ກັບ​ໄຕ້​ຫວັນ​ອີກ​ເທື່ອ​ໜຶ່ງ,​ສະ​ແດງ​ໃຫ້​ເຫັນ​ວ່າ​ຫຼັກ​ການ​ຈີນ​ດຽວ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ທົ່ວ​ໄປ​ຂອງ​ປະຊາ​ຄົມ​ໂລກ,​ແຜນ​ການ​ອັນ​ເລິກ​ແລບ​ຂອງ​ເຈົ້າ​ໜ້າ​ທີ່​ຫວັນ​ທີ່​ຢາກ​ສວຍ​ໃຊ້​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​ມາ​ເຮັດ​ໃຫ້"​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ໃນ​ດ້ານ​ນິ​ຕິ​ທຳ"​ໃນ​ສາ​ກົນ​ຈຶ່ງ​ບັນ​ລຸ​ຜົນ​ເປັນ​ຈິງ​ບໍ່​ໄດ້