ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-15 20:04:05    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ​ຈີນ​ຍິນ​ດີ​ຖື​ໂອ​ກາດ​ຈັດ​ກິດ​ຈະ​ກຳ​ປີ​ແຫ່ງ​ລັດ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ປະ​ສານ​ງານ​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍ​ຂະ​ຫຍາຍ​ໄປ​ໜ້າ

cri
ຕາມ​ຂ່າວCRI,ວັນ​ທີ15​ພຶດສະພາ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບຣັດ​ເຊຍ ຖື​ໂອກາດ​ຈັດ​ກິດຈະກຳ​ປີ​​ແຫ່ງ​ລັດ​ຂອງ​ກັນ,​ເພີ່ມ​ທະວີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ,ພ້ອມ​ກັນ​ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ປະສານ​ງານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ຂະ​ຫຍາ​ຍ​ໄປ​ໜ້າ.

ທ່ານ​ຫູ​ຈິນທາວ​ແມ່ນ​ໃຫ້​ທັດ​ນະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ໂບລິ​ສ​ກຼີສ​ລົຟ ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ.​ເມື່ອ​ກ່າວ​ເຖິງ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ,ທ່ານ​ຫູ​ຈິນທາວກ່າວ​ວ່າ,ສອງ​ຝ່າຍ​ຄວນ​ເສີມ​ຂະ​ຫຍາຍ​ຈຸດ​ພິ​ເສດ​ຂອງ​ພາລະ​ບົດບາດແລະ​ທ່າ​ແຮງຂອງ​ໃຜລາວ,ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ໃນ​ລະ​ດັບ​ຕ່າງໆ​​ແລະ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ເຮັດ​ໃຫ້​ພາລະກິດ​ມິດຕະພາບ​ຈີນຣັດ​​ເຊຍ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ.

ທ່ານ​ກຼີສລົຟ ກ່າວ​ວ່າ,ປັດຈຸບັນ,ການ​ພົວພັນຣັດ​ເຊຍ​ຈີນ​ໄດ້​ຂະ​ຫຍາຍ​ໄປ​ຮອດ​ລະ​ດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ຣັດ​ເຊຍ​ຍິນ​ດີຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ.

ມື້​ດຽວກັນ,ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ພົບ​ປະ​ທ່ານ​ກຼີສລົຟ