ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-16 20:25:10    
ປະ​ທານ​ປະ​ເທດ​ຫວຽດ​ນາມ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ສືບ​ຕໍ່​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໂດຍ​ຕອບ​ສະໜອງຕາມ​ການ​ເຊີນ​ຂອງ​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ,ທ່ານ​ຫວຽນ​ມິ​ງຈຽດ ປະທານ​ປະ​ເທດ​ຫວຽດ​ນາມ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ16​ພຶດສະພາ​ນີ້,ສືບ​ຕໍ່​ຢ້ຽມຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ທ່ານ​ຫວຽນ​ມິ​ງຈຽດ​ແມ່ນ​​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ພາຍ​ຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.​ວັນ​ທີ​16​ພຶດ​ສະ​ນີ້,​ໃນ​ເວ​ລາ​ເຂົ້າ​ຮ່ວມ​ເວທີ​ປຶກ​ສາ​ຫາລື​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະກິດ​ຢຸນ​ນານ​ຈີນ​ຫວຽດ​ນາມ,​ທ່ານ​ຫວຽນ​ມິງ​ຈຽດ​ກ່າວ​ວ່າ,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ,​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ແລະ​ຈີນ​ຄວນ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ,​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.