ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 20:09:10    
ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊີ​ອາ​ຟຼິກ​ກາ​ຕ້ອງ​ການ​ໃຫ້​ປະ​ເທດ​ຕ່າງໆ​ນອງ​ອາ​ຊີ​ແລະ​ອາ​ຟິຼກ​ກາ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ

cri
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ16​ພຶດສະພາ​ນີ້,​ໃນ​ເວລາ​ໃຫ້​ສຳ​ພາດ​ຢູ່​ທີ່​ປະຊຸມ​ປະຈຳ​ປີ​2007ຂອງ​ທະນາຄານ​ພັດທະນາ​ອາ​ຟິຼກກາ,ທ່ານ​ໂຈ່​ວສ້ຽວ​ຊ່ວນ ປະທານ​ສະພາ​ບໍລິຫານ​ຂອງ​ກຸ່ມ​ທະນາຄານ​ພັດທະນາ​ອາ​ຟິຼກກາ ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ,ລະຫວ່າງ​ອາຊີ​ກັບ​ອາ​ຟິຼກກາ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ​ໃນ​ດ້ານ​ການ​ຮ່ວມ​ມື,ມີ​ອະນາຄົດ​ອັນ​ກວ້າງຂວາງ,ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ​ອາ​ຟິຼກກາ​ຈະມີຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ເສດຖະກິດ​ທົ່ວ​ໂລກ​ເຕີບ​ໂຕ.

ທ່ານ​ໂຈ່​ວສ້ຽວ​ຊ່ວນ​ກ່າວ​ວ່າ,ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ​ອາ​ຟຼິກກາ​ຕື່ມ​ອີກ,ຕ້ອງການ​ໃຫ້​ປະ​ເທດ​ຕ່າງໆ​ຂອງອາຊີ​ແລະ​ອາ​ຟິຼກກາ​ຮ່ວມ​ກັນທຳ​ຄວາມ​ພະຍາຍາມ,​ເຊິ່ງມີ​ຈຸດ​ໜັກ​ສາມ​ຈຸດ​ຄື

ໜຶ່ງ​ແມ່ນ​ປະ​ຕິ​ບັດ​ນະ​ໂຍບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ມີ​ຄວາມ​ເສ​ລີ​ສູງ​ແລະ​ມາດ​ຕະ​ການ​ອະ​ນຸ​ມັດ​ເຂົ້າ​ຕະ​ຫຼາດ​ໂດຍ​ໃຫ້​ສິດ​ທິ​ພິ​ເສດ.​ສົ່ງ​ເສີມ​ການ​ແຂ່ງ​ຂັນ​ເພື່ອ​ຍົກ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ພາບ​ຂອງ​ເສດ​ຖະ​ກິດ​ເຕີບ​ໂຕ​ໃຫ້​ສູງ​ຂຶ້ນ.

ສອງ​,ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ທາງການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ດີ​ຂຶ້ນ​ເພື່ອ​ດຶງ​ດູດ​ທຶນ​ຕ່າງປະ​ເທດໂດຍ​ກົງໃຫ້ຫຼາຍ​ກວ່າ​ເກົ່າ.

ສາມ,ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ນາ​ຄານ​ລະ​ຫວ່າງ​ປະ​ເທດ​ອາ​ຊີ​ແລະ​ອາ​ຟິຼກ​ກາ,​ສົ່ງ​ເສີມ​ໃຫ້​ອົງການ​ການ​ທະ​ນາ​ຄານ​ເພີ່ມ​ການ​ບໍ​ລິ​ການ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ອາ​ຟິຼກ​ກາ,​ຊ່ວຍ​ເຫຼືອ​ປະ​ເທດ​ອາ​ຟິຼກ​ກາ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ໃຫ້​ສັງ​ຄົມ​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ແທ້​ຈິງ.