ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-18 20:32:47    
ປີ​2015​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ17​ພຶດສະພາ​ນີ້,ທ່ານ​ຊ້າວ​ສີ​ເວີຍ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ອີງ​ຕາມ​ການ​ຄາດ​ຄະ​ເນ​ຫຼ້າ​ສຸດ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ສະ​ຫະ​ປະ​ຊາ​ຊາດ,​ເມື່ອ​ຮອດ​ປີ​2015,​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ໝູ່​ແລະ​ເປັນ​ປະ​ເທດ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ທີ​4​ທີ່​ໄປ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ໂລກ.

ໃນ​ເວທີ​ປາ​ໄສ​ສາ​ກົນ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ກັບ​ການ​ທ່ອງ​ທ່ຽວ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ​ຂອງ​ຈີນ​ໃນ​ມື້​ດຽວ​ກັນ,​ທ່ານ​ຊ້າ​ວ​ສີ​ເວີຍ​ກ່າວ​ວ່າ,​ອີງ​ຕາມ​ການ​ຄາດ​ຄະ​ເນ​ດັ່ງ​ກ່າວ,​ເມື່ອ​ຮອດ​ປີ​2015,​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຢູ່​ຈີນ​ຈະ​ມີ​ເຖິງ​200​ລ້ານ​ເທື່ອ​ຄົນ,​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ມີ​ປະ​ມານ​100​ລ້ານ​ເທື່ອ​ຄົນ.

ທ່ານ​ຊ້າ​ວສີ​ເວີຍ​ກ່າວ​ວ່າ,ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ພວມ​ຖື​ການ​ທ່ອງ​ທ່ຽວ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ໂອ​ກາດ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ໃຫ້​ພັດ​ທະ​ນາ,​ຖື ງານ​ກິ​ລາ​ໂອ​ລິມ​ປິກ​ສີ​ຂຽວ ງານ​ກິ​ລາ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ເຕັກ​ນິກ ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ວັດ​ທະ​ນະ​ທຳ​ເປັນ​ຫົວ​ຂໍ້,​ລະ​ດົມ​ກຳ​ລັງ​ທົ່ວ​ປະ​ເທດ,​ເຕົ້າ​ໂຮມ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຝ່າຍ​ຕ່າງໆ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ໄວວາ.