ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-18 20:53:23    
ຈີນ​ຫວຽດ​ນາມ​ຈະ​ບໍ່​ເຮັດ​ໃຫ້​ການ​ວິ​ວາດ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້​ສັບ​ສົນ​ເຂົ້າ​ແລະ​ເປີດ​ກວ້າງ​ອອກ

cri
ຕາມ​ຂ່າວCRI,ພາຍຫຼັງ​ທ່ານ​ຫງວນ​ມິ​ງຈຽດ ປະທານ​ປະ​ເທດ​ຫວຽດ​ນາມ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ​ແລ້ວ,ຈີນ​ແລະ​ຫວຽດ​ນາມ​ໄດ້​ອອກ​ປະ​ກາດ​ແຈ້ງ​ຂ່າວ​ຮ່ວມ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ​18​ພຶດ​ສະ​ພາ​ນີ້.​ສອງ​ຝ່າຍ​ກ່າວ​ວ່າ,​ຍິນ​ດີ​ ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້,​ຈະ​ບໍ່​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ການ​ວິ​ວາດ​ກັນ​ສັບ​ສົນ​ເຂົ້າ​ແລະ​ເປີດ​ກວ້າງ​ອອກ.

ໃນ​ປະ​ກາດ​ແຈ້ງ​ຂ່າວ,​ສອງ​ຝ່າຍ​ເຫັນ​ດີ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ທີ່​ກ່ຽວ​ຂ້ອງ​ທີ່​ໄດ້​ຕົກ​ລົງ​ກັນ​ແລ້ວ,​ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ກົນ​ໄກ​ເຈ​ລະ​ຈາ​ບັນ​ຫາ​ເທິງ​ທະ​ເລ,​ຍຶດ​ໝັ້ນ​ຜ່ານ​ຈາກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ທີ່​ມີ​ລັກ​ສະ​ນະ​ພື້ນ​ຖານ​ແລະ​ຍາວ​ນານ​ເຊິ່ງ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ແລະ​ປຶກ​ສາ​ຫາ​ລື​ບັນ​ຫາ​ຮ່ວມ​ກັນ​ພັດ​ທະ​ນາ​ເພື່ອ​ຊອກ​ໄດ້​ເບົ້າ​ແບບ​ແລະ​ເຂດ​ແຄວ້ນ​ອັນ​ເໝາະ​ສົມ​.