ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 26th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-19 18:44:33    
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຊັນ​ບົດ​ບັນ​ທຶກ​​ຄວາມ​ເຂົ້າ​ໃຈ​ຕ້ານ​ຢາ​ເສບ​ຕິດ​ອະ​ນຸ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ກອງ​ປະຊຸມລະດັບ​ລັດຖະມົນຕີ​ປະ​ເທດ​ເຊັນບົດ​ບັນທຶກຄວາມ​ເຂົ້າ​ໃຈ​ຕ້ານ​ຢາ​ເສບ​ຕິດ​ອະນຸ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກຄັ້ງ​ທີ7​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ແຕ່​ວັນ​ທີ22​ຫາ​ວັນ​ທີ25​ພຶດສະພາ​ນີ້.ຮອດ​ເວລາ​ນັ້ນ,ຈະ​ມີ​ຜູ້ຕາງໜ້າ​ແລະ​ນັກສັງ​ເກດການ​​ເກືອບ​ຮ້ອຍ​ຄົນຂອງ​ຈີນ,ກຳປູ​ເຈຍ,ລາວ,ມຽນມາ,​ໄທ,ຫວຽດນາມ​ແລະ​ຫ້ອງການ​ບັນຫາ​ຢາ​ເສບ​ຕິດ​ແລະຕ້ອງ​ໂທດ​ສະຫະ​ປະຊາ​ຊາດມາ​ຮ່ວມ​ປະຊຸມ.

ປີ1993,​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ເພື່ອຕ້ານ​ຢາ​ເສບ​ຕິດ​ຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ​ຢູ່​"​ເຂດ​ສາມຫຼ່ຽມຄຳ"​ແລະ​ປະ​ເທດອ້ອມ​ຂ້າງ,ຈີນ,ມຽນມາ,​ໄທ​,ລາວ​ແລະ​ອົງການສະຫະ​ປະຊາ​ຊາດ​ຕ້ານ​ຢາ​ເສບ​ຕິດ ​ເຊິ່ງພາຍຫຼັງ​ມາ​ປັບປຸງ​ເປັນຫ້ອງການ​ບັນຫາ​ຢາ​ເສບ​ຕິດ​ແລະຕ້ອງ​ໂທດສະຫະ​ປະຊາ​ຊາດ)​ໄດ້​ພ້ອມ​ກັນເຊັນບົດ​ບັນທຶກ​​ຄວາມ​ເຂົ້າ​ໃຈ​ຕ້ານ​ຢາ​ເສບ​ຕິດ​ອະນຸ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.​​ໃນ​ເດືອນ​ພຶດສະພາ​ປີ1995,ກອງ​ປະ​ຊຸມລະດັບ​ລັດຖະມົນຕີ​ຄັ້ງ​ປະຖົມມະ​ເລີກ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,​ໄດ້​ຮັບຮອງ​ຖະ​ແຫຼ​ງການ​ປັກ​ກິ່ງ​ແລະ​​ແຜນການ​ດຳ​ເນີນ​ງານຕ້ານ​ຢາ​ເສບ​ຕິດ​ອະນຸພາກ​ພື້ນ,ຮັບ​​ເອົາກຳ​ປູ​ເຈຍ​ແລະ​ຫວຽດນາມ​ເປັນ​ປະ​ເທດ​​ເຊັນ​ສັນຍາ,ຕົກລົງ​ວ່າ​ຈະດຳ​ເນີນ​ການ​ຮ່ວມ​ມື​ພາກ​ພື້ນ​ດ້ວຍຮູບ​ການ​ທີ່​ສະຫະ​ປະຊາ​ຊາດ​ຊ່ອຍ​ເຫືຼອ​ໂຄງການ​ຮ່ວມ​ມືຕ້ານ​ຢາ​ເສບ​ຕິດ,ກົນ​ໄກ​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ6​ປະ​ເທດ7​ຝ່າຍ​ຈິ່ງ​ໄດ້​ກຳ​ເນີ​ດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.

ເມື່ອປະ​ເທດ​ພາກ​ພື້ນ​ດັ່ງກ່າວ​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ແລ້ວ,​ເນື້ອ​ທີ່​ປູກຕົ້ນ​ຝິ່ນ​​ຢູ່​ເຂດ​ສາມຫຼ​ຽມ​ຄຳໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.ນັບ​ແຕ່​ຊຸມ​ປີ1990​​ເປັນ​ຕົ້ນ​ມາ,​ຈີນໄດ້​ຊ່ອຍ​ຈັດ​ກິດ​ຈະ​ກຳປູກຝັງ​​ເພື່ອ​ເຂົ້າແທນ​ດ້ວຍ​ຫຼາຍຮູບ​ຫຼາຍ​​ແບບຢູ່​ພາກ​ເໜືອ​ມຽນມາ​​ແລະລາວ.ພ້ອມ​ກັນ​ນັ້ນ,ປະ​ເທດ​ຕ່າງໆ​ຍັງ​ໄດ້​ຮ່ວມ​ກັນມ້າງ​ຄະດີ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຈຳນວນ​ໜຶ່ງ,ທັບ​ມ້າງກຸ່ມ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຫຼາຍ​ກຸ່ມ,ການຕ້ອງ​ໂທດ​ທີ່​ຜະລິດ​ແລະ​ຄ້າ​ຂາຍຢາ​ເສບ​ຕິດ​ໄດ້​ຖືກສະກັດ​ກັ້ນ​ຢ່າງ​ແຂງ​ແຮງ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040