ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-19 20:15:31    
ສັບ​ປະ​ດາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​ປີ​2007​ເລິ່ມ​ຈັດ​ຂຶ້ນ

cri

ຕາມ​ຂ່າວCRI:ວັນ​ທີ19​ພຶດສະພາ​ນີ້,ສັບປະດາ​ວິທະຍາສາດ​ເຕັກນິກ​ຈີນ​ປີ2007​ໄດ້​ເລິ່ມຈັດ​ຂຶ້ນ.ຫົວ​ຂໍ້​ຂອງ​ສັບປະດາ​ວິທະຍາສາດ​ເຕັກ​ນິກຄັ້ງ​ນີ້​ແມ່ນ"​ເກາະ​ແຂນ​ກັນ​ສ້າງສາ​ປະ​ເທດ​ແບບ​ປະດິດ​ສ້າງ".

ໃນ​ໄລຍະ​ສັບປະດາ​ວິທະຍາສາດ,​ແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ຈັດ​ໃຫ້​ມີກິດຈະກຳ​ຕ່າງໆທີ່​ເຂົ້າ​ໃກ້ຊິດ​ກັບສະພາບ​ຕົວ​ຈິງ,​ເຂົ້າ​ໃກ້ຊິດກັບ​ຊີວິດ​ການ​ເປັນ​ຢູ່,​ແລະ​ເຂົ້າ​ໃກ້ຊິດ​ກັບ​ປະຊາຊົນ,​​ເພື່ອປຸກລະດົມຫົວຄິດ​ປະດິດ​ສ້າງ​ຂອງ​ທົ່ວສັງຄົມ,​ແລະຍົກ​ສະຕິ​ປະດິດ​ສ້າງ​ຂອງ​ສາທາລະນະ​ຊົນ​ອັນ​​ໄພສານ​ໃຫ້​ສູງ​ຂຶ້ນ.

ໃນ​ພິທີ​ໄຂ​ງານ​ຂອງ​ສັບ​ປະດາ​ກິດຈະກຳ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານນາງ​ເຊີນ​ເຈີ້​ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຊີ້​ອອກ​ວ່າ,ປະ​ເທດ​ແບບ​ປະດິດ​ສ້າງ​ຄວນ​ແມ່ນ​ປະ​ເທດ​ທີ່​ເຕັມ​ໄປ​ດ້ວຍ​ຈິດ​ໃຈ​ວິທະຍາສາດ.

ສັບປະດາ​ວິທະຍາສາດ​ເຕັກນິກ​ຈີນ​ແມ່ນ​ກິດຈະກຳ​ວິທະຍາສາດ​ເຕັກນິກຂ​ອງປະຊາ​ຊົນ,ນັບ​ແຕ່​ປີ2001​ເປັນ​ຕົ້ນມາ,​ໄດ້​ຈັດ6​ຄັ້ງ​ຢ່າງສຳ​ເລັດຜົນ​ແລ້ວ.