ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-21 17:53:58    
ທ່ານ​ຢາງ​ລີ້​ເຫວີຍ​ເວົ້າ​ວ່າ,​ນັກ​ບິນ​ອະ​ວະ​ກາດ​ຈີນ​ເຂົ້າ​ປະ​ຈຳ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ເປັນ​ເລື່ອງ​ທີ່​ແນ່​ນອນ​ແລ້ວ,​ພຽງ​ແຕ່​ຍັງ​ຕ້ອງ​ການ​ເວ​ລາ​ທໍ່​ນັ້ນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21ພຶດສະພາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຢາງ​ລີ້​ເຫວີຍ ນັກ​ບິນ​ອະວະກາດ​ຜູ່​ທຳ​ອິດ​ຂອງ​ຈີນ ຮອງ​ຫົວໜ້າ​ສູນ​ເຝິກອົບຮົມ​ແລະ​ຄົ້ນຄວ້າວິທະຍາສາດນັກ​ບິນ​ອະວະກາດ​ຈີນ​ກ່າວ​ວ່າ,ນັກ​ບິນອະວະກາດ​ຈີນ​ເຂົ້າປະຈຳສະຖານີ​ອະວະກາດ​ສາກົນ​ເປັນ​ເລື່ອງ​ທີ່​ແນ່ນອນ​ແລ້ວ,ພຽງ​ແຕ່​ຕ້ອງການເວລາ​ທໍ່​ນັ້ນ.

​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ວິຊາ​ກາສາ​ກົນກ່ຽວ​ກັບ"ຄົນ​ຢູ່​ອະວະກາດ"ຄັ້ງທີ16,ທ່ານ​ຢາງ​ລີ້​ເຫວີຍ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ,ການ​ສຳ​ຫຼວດອະວະກາດ​ແມ່ນ​ພາລະກິດ​ຮ່ວມ​ຂອງມວນ​ມະນຸດ,ການ​​ເຂົ້າປະຈຳສະຖານີ​ອະວະກາດສາກົນແມ່ນ​ຄວາມພະຍາຍາມ​ຂອງ​ພະນັກງານ​ການບິນ​ອະວະກາດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.ຫວັງ​ໃຫ້​ຍານ​ອະວະກາດ​ຂອງ​ປະ​ເທດ​ຕ່າງໆ​ສາມາດ​ມີ​ມາດຕະຖານຮ່ວມ​ທີ່ຕິດ​ຈອດກັນ​ໄດ້​,ນີ້​ມີ​ຜົນດີຕໍ່​ການ​ຮ່ວມ​ມື​ການບິນ​ອະວະກາດລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ຖ້າ​ມີ​ມາດຕະຖານ​ຮ່ວມອັນ​ດຽວ​ກັນແລ້ວ,​ຍານ​ອະວະກາດກໍ​ຈະ​ບໍ່​ພຽງ​ແຕ່​​ເຊື່ອມ​ຕໍ່​​ກັບ​ສະຖານີ​ອະວະກາດ​ທໍ່​ນັ້ນ,ຫາກ​ຍັງຈະ​ສາມາດ​​ເຊື່ອມຕໍ່​ກັບຍານ​ອະວະກາດ​ຂອງ​ປະ​ເທດ​ຕ່າງໆ.ນີ້ພຽງ​​ແຕ່​ຍັງ​ຕ້ອງການ​ເວລາທໍ່​ນັ້ນ.
ທ່ານ​ຢາງ​ລີ້​ເຫວີ​ນ​ເວົ້າວ່າ,​ເວົ້າສຳລັບ​ດ້ານ​ຊີວິດການ​ເປັນຢູ່​ພື້ນຖານ​ແລ້ວ,ປະຈຸ​ບັນ ​ຍານອະວະກາດ​ຂອງ​ຈີນ​ກັບ​ຂອງ​ຕ່າງປ​ະ​ເທດ​ແມ່ນ​ຢູ່​ໃນ​ລະດັບ​ດຽວ​ກັນ.