ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-22 18:52:45    
ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ໂຈມ​ຕີ​ການ​ລັກ​ລອກ​ແບບ​ທີ່​ລ່ວງ​ລ້ຳ​ສິດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 22 ພຶດ​ສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຫຼີວປີ່​ນ​ເຈຍ ຫົວໜ້າ​ກົມ​ໃຫຍ່​ຖະ​ແຫຼ​ງຂ່າວ​ແລະ​ພິມ​ຈຳໜ່າຍ​ ຫົວໜ້າ​ກົມ​ສິດທິ​ບັດ​ແຫ່ງຊາດ​ຈີນ​ກ່າວ​ວ່າ,ລັດ​ຖະ​ບານ​ຈີນ​ຈະ​ນຳ​ໃຊ້​ວິທີ​ລົງ​ໂທດ​ທາງ​ການ​ບໍລິຫານ​ແລະ​ການ​ໂຈມ​ຕີ​ທາງອາດຍາ​ຢ່າງ​​ເຕັມທີ່,ສືບ​ຕໍ່​ໂຈມ​ຕີ​ການ​ລັກ​ລອກ​ແບບ​ທີ່​ລ່ວງ​ລ້ຳ​ສິດ​ປະ​ເພດ​ຕ່າງໆ​ຢ່າງ​​ເຄັ່ງ​ຄັດ,ກວດກາ​ແລະ​ລົງ​ໂທດ​ຕໍ່​ໂຮງງານລັບ​ທີ່​ຜະລິດ​ແລະຂາຍ​ຜະລິດ​ຕະພັນ​ທີ່ລັກ​ລອກ​ແບບ.

ໃນ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຫຼີວປີ່​ນ​ເຈຍ​ກ່າວ​ວ່າ,​ໃນ 4 ​ເດືອນ​ຕົ້ນ​ປີ​ນີ້,ຈີນ​ໄດ້​ກວດກາ​ແລະ​ລົງ​ໂທດ​ຕໍ່​ຄະດີ​ລັກ​ລອກ​ແບບ​ສິ່ງ​ພິມ​ລວມ 40 ລ້ານ​ກວ່າ​ຄະດີ,​ລົງ​ໂທດ​ທາງ​ອາດຍາ 200 ກວ່າ​ຄະດີ.​ແຕ່​ພ້ອມ​ກັນ​ນັ້ນ,ການ​ລັກລອກ​ແບບ​ພິມແລະ​ຈຳໜ່າຍ​ສິ່ງ​ພິມ​ເຫຼົ່າ​ນີ້​ແມ່ນ​ເຮັດ​ເປັນກຸ່ມແລະ​ນຳ​ໃຊ້ເຕັກນິກ​ສູງ,ຍິ່ງ​ເລິກລັບ​ກວ່າ​ເກົ່າ,ຈຶ່ງ​ໄດ້​ເພີ່ມ​ຄວາມ​ຍາກ​ໃນ​ການ​ກວດກາ.ທ່ານຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໃຊ້​ມາດ​ຕະການ​ທີ່​ສົມ​ຄູ່​ກັນ​ຕາມ​ຈຸດ​ພິ​ເສດ​ຂອງ​ພວກ​ຕ້ອງ​ໂທດ,ສືບ​ຕໍ່​ໂຈມ​ຕີ​ການ​ກະທຳ​ລັກລອກ​ແບບ​ທີ່​ລ່ວງ​ລ້ຳ​ສິດ​ຢ່າງ​ເຄັ່ງ​ຄັດ.