|
 |
(GMT+08:00)
2007-05-22 19:28:44
|
 |
ຈີນຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບການເກືອດຫ້າມຢາເສບຕິດ
cri
Author: da
ຕາມຂ່າວສານຊິນຮວາ: ເລີ່ມແຕ່ຊຸມປີ1990ເປັນຕົ້ນມາ,ນັບລວມແລ້ວ ຈີນໄດ້ລົງທຶນ500ລ້ານກວ່າຢວນເພື່ອສະໜັບສະໜູນລາວແລະມຽນມາປູກພືດແທນຝິ່ນຢ່າງຂະໜາດໃຫຍ່,ພາຍໃຕ້ຄວາມພະຍາຍາມຮ່ວມຂອງປະເທດທີ່ກ່ຽວຂ້ອງ,ເນື້ອທີ່ປູກຝີ່ນຢູ່ເຂດ"ສາມຫຼ່ຽມຄຳ"ກວມມາດຕາສ່ວນຂອງທົ່ວໂລກໄດ້ຈາກ 66% ໃນປີ1998 ຫຼຸດລົງຮອດ 12% ຂອງປີ2000.
ນັກຂ່າວໄດ້ຮູ້ຂ່າວດັ່ງກ່າວໃນກອງປະຊຸມເຈົ້າໜ້າທີ່ອາວຸໂສປະເທດເຊັນບົດບັນທຶກຊ່ອຍຈຳກ່ຽວກັບການເກືອດຫ້າມຢາເສບຕິດໃນອະນຸພາກພື້ນອາຊີຕາເວັນອອກຄັ້ງທີ7ທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ22ພຶດສະພານີ້.
ນັບແຕ່ປີກາຍນີ້ເປັນຕົ້ນມາ,ຈີນກັບມຽນມາຮ່ວມກັນຕິດຕາມສຳຫຼວດໂດຍຜ່ານດາວທຽມຢູ່ເຂດປູກຝິ່ນພາກເໜືອມຽນມາ,ມີບົດບາດຢ່າງແຂງແຮງໃນການຊຸກຍູ້ ການຫ້າມປູກຝິ່ນຢູ່ແຫ່ງນັ້ນ.ປີກາຍນີ້,ຈີນຍັງໄດ້ເອົາເຂົ້າສານ 1 ໝື່ນໂຕນເພື່ອຊ່ອຍເຫຼືອເຂດເໜືອມຽນມາທີ່ຂາດທັນຍາຫານຫຼັງຈາກຫ້າມປູກຝິ່ນແລ້ວ.ນອກນີ້,ແຕ່ປີ2002ຮອດປີ2006,ຈີນຍັງໄດ້ເຝິກອົບຮົມເຈົ້າໜ້າທີ່ປະຕິບັດກົດໝາຍກ່ຽວກັບການເກືອດຫ້າມຢາເສບຕິດໃຫ້ລາວແລະມຽນມາ 305 ຄົນ.
|
|
|