ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 19:57:09    
ທ່ານ​ອູ​ປາງ​ໂກ​ກ່າວ​ວ່າ​ຈີນ​ຍິນ​ດີ​ພ້ອມ​ກັບປະ​ເທດ​ຕ່າງໆ​ຂອງສະຫະພາບ​ເອີ​ລົບ​ຊຸກຍູ້​ການ​ຮ່ວມ​ມື​ດ້ານຍຸດ​ທະ​ສາດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ23ພຶດສະພາ​ນີ້ ຢູ່ບູດາ​​ແປັດສ໌ ນະຄອນຫຼວງ​ຮົງ​ກາ​ຣີ ທ່ານ​ອູ​ປາງ​ໂກ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຮົງ​ກາຣີຢ່າງ​ເປັນ​ທາງ​ການກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັບປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໄປມາຫາສູ່​ທາງ​ການ​ເມືອງ,ຊຸກຍູ້​ການ​ຮ່ວມ​ມືດ້ານ​ຍຸດ​ທະ​ສາດ,ຜ່ານ​ຈາກ​ການສົນທະນາຢ່າງ​ສະ​ເໝີ​ພາບ​ເພື່ອ​ແກ້​ໄຂ​ຄວາມສົນ​ໃຈ​ຮ່ວມ​ກັນຢ່າງ​ເໝາະສົມ.

ຕອນ​ບ່າຍ​ມື້​ດຽວ​ກັນ,ທ່ານ​ໂຊ​ໂຢ​ມ ລັສ​ໂລ ປະທານາທິບໍດີຮົງ​ກາຣີ​ໄດ້​ພົບ​ປະ​ທ່ານ​ອູ​ປາງ​ໂກ.ທ່ານ​ອູປາງ​ໂກກ່າວວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍ​ການ​ພົວພັນ​ກັບ​ສະຫະພາບ​ເອີ​ລົບ,ຍິນດີ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​​ເອີ​ລົບ​ຊຶ່ງ​ລວມທັງ​ຮົງ​ກາຣີພ້ອມ​ກັນ​ພະຍາຍາມ,ຊຸກຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ເອີ​ລົບ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.ທ່ານ​ຍັງ​ກ່າວ​ວ່າ,ຈີນ​ເອົາ​ໃຈ​​ໃສ່​ໃນ​ລະດັບ​ສູງ​ຕໍ່​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ​ເຕັກນິກ ວຽກ​ງານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະການ​ປະຢັດ​ພະລັງງານ,ຮົງ​ກາຣີມີ​ທ່າ​ແຮງ​ພົ້ນ​ເດັ່ນ​ໃນ​ດ້ານການ​ປະດິດ​ສ້າງ​ທາງ​ວິທະຍາສາດ​ເຕັກນິກ​ເປັນຕົ້ນ,ຈີນ​ຮົງ​ກາຣີມີ​​ໂອກາດອັນ​ກວ້າງ​ຂວາງ​ເພື່ອ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້.

ທ່ານ​ໂຊ​​ໂຢມກ່າວວ່າ,ຝ່າຍ​ຮົງ​ກາຣີຍິນ​ດີຮ່ວມ​ກັບ​ຝ່າຍ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ ການສຶກສາ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ​ການ​ທ່ອງ​ທ່ຽວ​ເປັນຕົ້ນ.ທ່ານ​ຍັງ​ກ່າວ​ວ່າ,ຮົງ​ກາຣີຫວັງ​ວ່າ​ຈະ​ສະ​ແດງ​ບົດບາດ​ທີ່ສຳຄັນ​ກວ່າ​ເກົ່າ​ໃນ​ການ​ພົວພັນ​ລະຫວ່າງ​ເອີ​ລົບ​ຈີນ.

ມື້​ດຽວ​ກັນ,ທ່ານ​ເຢິຊາ​ນີ ຟີ​ເຣັນ ນາຍົກລັດຖະມົນຕີ ​ແລະ​ນາງ​ຊີ​ລີ ກາ​ຕາ​ລິນ ປະທານ​ສະພາ​ແຫ່ງ​ຊາດ​ຮົງ​ກາຣີ​ຕ່າງກໍ​ໄດ້​ເຈລະຈາ​ກັບ​ທ່ານ​ອູ​ປາງ​ໂກ.