ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 20:05:23    
ຈີນ​ພວມ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີຣານ​ທີ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມານູ​ສາ​ກົນ​ຍື່ນ​ໃຫ້​ສະ​ພາ​ມົນຕີ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະຊາ​ຊາດ

cri Author: da
ຕາມ​ຂ່າວCRI:ວັນ​ທີ24ພຶດສະພາ​ນີ້ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຈີນ​ພວມ​ຕັ້ງໜ້າ​ຄົ້ນຄວ້າ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງອີຣານທີ່​ອົງການ​ພະລັງງານ​ປະລະມານູ​ສາກົນ​ຍື່ນ​ໃຫ້​ສະພາ​ມົນຕີ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ.
ນາງ​ເວົ້າວ່າ,ຝ່າຍ​ຈີນ​ເຊື່ອ​ວ່າ ບົດ​ລາຍ​ງານ​ແມ່ນ​ເຮັດ​ຄື​ຜ່ານ​ມາມີ​ລັກສະນະພາວະ​ວິ​ໄສ​ແລະ​ວິຊາການ,ຈີນ​ເຫັນ​ວ່າ ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ​ແລະ​ສະພາ​ຄວາ​ມໝັ້ນຄົງຄວນ​ໄດ້​ຮັບ​ການ​ປະຕິບັດ.

ນາງ​ຍັງ​ເວົ້າວ່າ,ການ​ແກ້​ໄຂ​ບັນຫາ​ນິ​ວ​ເຄຼຍອີຣານຢ່າງ​ຍາວ​ນານ ຮອບດ້ານ​ແລະ​ເໝາະ​ສົມ,ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ.ຝ່າຍ​ຕ່າງໆ​ຄວນ​ເພີ່ມ​ຄວາມ​ພະຍາຍາມ​ທາງ​ການ​ທູດ,ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ທີ​ທີ່ສ້າງສັນ,ຟື້ນ​ຟູ​ການ​ເຈລະຈາ​ຄືນ​ໃໝ່​ໂດຍ​ໄວ.