ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-27 18:26:48    
ທ່ານ​ຈ່ຽງ​ເອິນ​ຈູ້​ກ່າວ​ວ່າ​ຮົງ​ກົງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະ​ຕິ​ບັດ​ທິດ​ທາງ"​ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ"

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ທີ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ຈ່ຽງ​ເອິນ​ຈູ້ ຫົວໜ້າ​ຄະນະ​ກຳມາ​ທິການ​ວຽກ​ງານ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ຕັ້ງ​ແຕ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວລາ10​ປີ​ມາ​ນີ້,ການ​ປະຕິບັດ​ທິດ​ທາງ"ປະ​ເທດ​ດຽວ​ມີ​ສອງ​ລະບອບ"ຢູ່​ຮົງ​ກົງ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ.

ທ່ານ​ຈ່ຽງ​ເອິນ​ຈູ້​ກ່າ​ວວ່າ,ໝາກຜົນ​ຂອງ​ຮົງ​ກົງ​ໃນ​ການ​ປະຕິບັດ​ທິດ​ທາງ"ປະ​ເທດ​ດຽວ​ມີ​ສອງ​ລະບອບ"ຕົ້ນຕໍ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ບ່ອນ​ ວ່າ:ຈີນ​ຟື້ນ​ຟູ​ການ​ໃຊ້​ອະ​ທິ​ປະ​ໄຕ​ເໜືອ​ຮົງ​ກົງ, ໄດ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,​ພ້ອມ​ກັນ​ນັ້ນ​ກໍ​ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ເປັນ​ເຈົ້າ​ບ້ານ​ຄອງ​ເມືອງ​ຢ່າງ​ແທ້​ຈິງ.ທິດ​ທາງ"ປະ​ເທດ​ດຽວ​ມີ​ສອງ​ລະບອບ​"​ໄດ້​ເຮັດ​ໃຫ້​ຮົງ​ກົງ​ສືບ​ຕໍ່​ຮັກສາ​ທ່າ​ແຮງ​ແລະ​ຈຸດ​ພິ​ເສດ​ຂອງ​ຕົນ,ຮົງ​ກົງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຕໍ່​ໄປ.​ພາຍ​ຫຼັງ​ຮົງ​ກົງ​ກັບ​ຄືນ​ປະ​ເທດ​ຊາດ​ແລ້ວ,ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ໃນ​ດ້ານ​ຕ່າງໆ​ລະ​ຫວ່າງ​ຮົງ​ກົງ​ກັບ​ເຂດ​ໃນ​ຈີນ​ລ້ວນ​ແຕ່​ໄດ້​ກ້າວ​ຂຶ້ນ​ຂັ້ນ​ໄດ​ໃໝ່.ຮົງ​ກົງ​ມີ​ເງື່ອນ​ໄຂ​ຊົມ​ໃຊ້​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ໃນ​ສາ​ກົນ​ຂອງ​ປະ​ເທດ​ຊາດ.

ໃນ​ເວ​ລາ​ຕີ​ລາ​ຄາ​ຜົນ​ສຳ​ເລັດ​ໃນ​ດ້ານ"​ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ",ທ່ານ​ຈ່ຽງ​ເອິນ​ຈູ້​ຊີ້​ອອກ​ວ່າ,ຊາວ​ຮົງ​ກົງ​ມີ​ຄວາມ​ສາ​ມາດ​ເຕັມ​ສ່ວນ​ໃນ​ການ​ປົກ​ຄອງ​ຮົງ​ກົງ​ໃຫ້​ດີ.