ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-31 20:46:03    
ຝ່າຍ​ຈີນ​ຫວັງ​ໃຫ້​ແກ້​ໄຂ​ບັນຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຈລະຈາ 6 ຝ່າຍ​ໃຫ້​ເໝາະ​ສົມ​ບົນ​ພື້ນຖານ​ທີ່ຄຳນຶງ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ

cri
ຕາມ​ຂ່າວ CRI: ວັນ​ທີ 31 ພຶດສະພາ​ນີ້, ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​​ແກ້​ໄຂ​ບັນຫາ​​ກ່ຽວ​ກັບ​ການ​ເຈລະຈາ 6 ຝ່າຍ​ໃຫ້​ເໝາະ​ສົມ​ບົນ​ພື້ນຖານ​ຄຳນຶງ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ, ​ເພື່ອ​ເລີ່​ມ​ປະຕິບັດ​ງານ​ໂດຍ​ໄວ, ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ການ​ເຈລະຈາ 6 ຝ່າຍ.

​ທ່ານ​ນາງ​ຈ່ຽງອີ້​ແນະນຳ​ວ່າ, ຫວ່າງ​ມໍ່ໆ​ນີ້, ທ່ານ​ອູ​ຕ້າ​ເວີຍ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ເຮີ​ຢ້າ​ເຟີ່ຍ ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຈີນ​ຕ່າງ​ໄດ້​ພົບ​ປະ​ທ່ານ​ກຼິສ​ໂຕ​ເຟິ ອາ ຮິ​ວ ລັດຖະມົນຕີ​ຊ່ອຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຈີນ. ສອງ​ຝ່າຍ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ, ​ເຫັນ​ວ່າ, ການ​ເປິກ​ສາ​ຫາລື​​ແລະ​ການ​ຮ່ວມ​ມືກັນ​ໃນ​ຂົງ​ເຂດ​ອັນກວ້າງຂວາງແລະ​ບັນຫາ​ພາກ​ພື້ນ​ທີ່​ສຳຄັນ​ໄດ້​ບັງ​ເກີດ​ຜົນ​ຫຼາຍ. ສອງ​ຝ່າຍ​ຍິນ​ດີ​ສືບ​ຕໍ່​ຍຶດໝັ້ນ​ປະຕິບັດ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ​ແກ້​ໄຂ​ຄວາມ​​ເຫັນຂັດກັນ​ຢ່າງ​ເໝາະ​ສົມ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ໄຕ້​ຫວັນ, ​ເພີ່ມ​ທະວີ​ການ​​ເຈລະຈາ, ການ​ຮ່ວມ​ມື​ແລະ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍຕົວອອກ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.