ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-01 17:01:50    
ຈີນ​ຈະ​ເພີ່ມ​ທະ​ວີ​ວຽກ​ງານ​ກວດ​ກາ​ບັນ​ຊີ​ຕໍ່​ລາຍ​ຮັບ​ລາຍ​ຈ່າຍ​ແລະ​ການ​ຄຸ້ມ​ຄອງ​ກອງ​ທຶນ​ປະ​ກັນ​ສັງ​ຄົມ​ໃນ​ແຫ່ງ​ຕ່າງໆ​ຕື່ມ​ອີກ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 1 ມິຖຸນາ, ທ່ານ​ຈ່າງ​ຢຸ້ຍມິນ ຮອງ​ຫົວໜ້າ​ພະ​ແນກກວດກາ​ບັນຊີ​ການ​ປະກັນ​ສັງຄົມ​ຂອງ​ກົມ​ກວດກາ​ບັນຊີ​ແຫ່ງ​ຊາດ​ຈີນ​​ໄດ້ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ໂດຍ​ກ່າວ​ວ່າ, ກົມ​ກວດກາ​ບັນຊີ​ຈະ​ໃຊ້​ມາດ​ຕະການ​ຕື່ມ​ອີກ, ​ເພີ່ມ​ທະວີ​ວຽກ​ງານກວດກາບັນຊີຕໍ່​ລາຍ​ຮັບລາຍ​ຈ່າຍ​ແລະ​ການຄຸ້ມ​ຄອງ​ກອງ​ທຶນ​ປະກັນ​ສັງຄົມ​ໃນ​ແຫ່ງ​ຕ່າງໆ​.

ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ຂະໜາດ​ຂອງກອງ​ທຶນ​ປະກັນ​ສັງຄົມ​ຈີນ​ໄດ້​ລື່ນ​ກາຍ 2000 ຕື້​ຢວນ​ແລ້ວ. ກອງ​ທຶນ​ອັນໃຫຍ່ຫຼວງ​ໄດ້​ຍົກ​ລະດັບ​ປະກັນ​ສັງຄົມ​ຂອງ​ສາມັນ​ຊົນ​ຈີນ​ໃຫ້​ສູງ​ຂຶ້ນ, ​ແຕ່​ພ້ອມ​ກັນນັ້ນ​ກໍ​​ເປັນການ​ທ້າ​ທາຍ​ໃນ​ດ້ານ​ການ​ທຸລະ​ກິດ​ຢ່າງ​ປອດ​ໄພ. ຜົນ​ກວດກາ​ບັນຊີ​ໃນ​ທ້າຍ​ປີ​ກາຍ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈຳນວນ​ເງິນໃນບັນຫາລະ​ເມີດ​ກົດໝາຍ​​ໃນການ​ຄຸ້ມຄອງ​ກອງ​ທຶນ​ປະກັນ​ສັງຄົມ​ຈີນ​ໄດ້​ມີ​ເຖິງ 7 ຕື້ 100 ລ້ານ​ຢວນ.