ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-03 18:12:09    
ໃນ​ອະ​ນາ​ຄົດ ຕະ​ຫຼາດ​ລົດ​ຍົນ​ຈີນ​ຈະ​​ແມ່ນ​ຜະ​ລິດ​ຕະ​ພັນ​ຍີ່​ຫໍ້​ຈີນ​ໝົດ

cri Author: da
ຕາມ​ຂ່າວສານ​ຈີນ: "​ເວ​ທີ​ປາ​ໄສ​ສຸ​ດຍອດ​ການ​ປະດິດ​ສ້າງລົດຍົນ​​ໂດຍ​ຕົນ​ເອງຂອງ​ຈີນ"ຈັດ​ຂຶ້ນ​ຢູ່​ເມືອງ​ເຊີ່ງ​ເຈີ້ນ​ໃນວັນ​ທີ2ມິຖຸນາ​ນີ້,ບຸກຄົນ​ໃນວົງ​ການຜະລິດ​ລົດຍົນ​ຈີນຊີ້​ອອກ​ວ່າ,​ໃນ​ອະນາຄົດ ຕະຫຼາດ​ລົດຍົນ​ຈີນຈະ​​ແມ່ນຜະລິດ​ຕະພັນຍີ່​ຫໍ້ຈີນໝົດ.

ບຸກຄົນ​ທີ່​ເຂົ້າຮ່ວມ​ເວທີ​ປາ​ໄສ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ໂດຍ​ຜ່ານ​ຈາກ​ຮູບ​ການ​ຕ່າງໆ​ເຊັ່ນ​ພັດທະນາ​ໂດຍ​ຕົນ​ເອງ ມອບ​ໝາຍການ​ອອກ​ແບບ​ແລະ​ຮ່ວມ​ກັນ​ພັດທະນາ,ລົດຍົນຍີ່​ຫໍ້ຈີນຫຼາຍ​ງວດ​ໄດ້​ປ້ອນຕະຫຼາດ​ແລ້ວ.ປະຈຸ​ບັນ,ລົດຍົນຍີ່​ຫໍ້​ຈີນ​​ໄດ້​ຄອງຖານະ​ຕົ້ນຕໍ​ໃນ​ປະ​ເພດລົດຍົນ​ໃຊ້​ທາງ​ທຸລະ​ກິດ,ອັດຕາ​ກວມຕະຫຼາດຂອງ​ລົດ​ເກ໋ງຍີ່​ຫໍ້ຈີນກໍ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປະລິມານລົດຍົນຍີ່​ຫໍ້ຈີນ​ທີ່​ຂາຍໃນປີ​ກາຍ​ນີ້ ​ໄດ້​ກວມປະລິມານ​ຈຳໜ່າຍ​ລົດຍົນ​​ເຖິງ 57%.