ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-04 20:44:42    
ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ກູ້​ໄພ​ສາ​ກົນ​ຂອງ​ກອງ​ທະ​ຫານ​ປະ​ກອບ​ອາ​ວຸດ​ອາ​ຊຽນ​ກັບ​ຈີນ,ຍີ່​ປຸນ,ສ.​ເກົາ​ຫຼີ(10+3)ຈັດ​ຂຶ້ນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ4​ພຶດສະພາ​ນີ້,ກອງ​ປະຊຸມ​ສຳ​ມະ​ນາ​ການກູ້​ໄພ​ສາກົນ​ຂອງ​ກອງ​ທະ​ຫານ​ປະກອບ​ອາວຸດ​ອາຊ​ຽນກັບ​ຈີນ,ຍີ່​ປຸນ,ສ.​ເກົາ​ຫຼີ(10+3)​ໄດ້ຈັດ​ຂຶ້ນຢູ່ສະ​ຖາ​ບັນບັນຊາ​ການ​ທະຫານ​ບົກ​ເມືອງ​​ເຊີ​​ເຈ່ຍ​ຈ່ວງຂອງ​ຈີນ.

ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ດຳ​ເນີນເປັນ​ເວລາ5​ມື້,ຜູ້​ຕາງໜ້າ​ຂອງ​ປະ​ເທດ​ອາຊ​ຽນ,ຈີນ,ຍີ່​ປຸ່ນ,ສ.​ເກົາ​ຫຼີ​ແລະກອງ​ເລຂາ​ອາຊ​ຽນຈະ​ແລກປ່ຽນ​ຄວາມ​ເຫັນ​ໃນບັນຫາ​ຕ່າງໆ,​ເຊັ່ນ,ຖານະ​,​ບົດບາດ​,ບົດຮຽນ​ທີ່​ກອງ​ທະຫານ​ປະກອບ​ອາວຸດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກູ້​ໄພ​ສາກົນ,ກົນ​ໄກປະສານ​ງານລະຫວ່າງກອງ​ທະຫານກັບ​ທ້ອງ​ຖິ່ນ,ຫຼັກການ​ພື້ນຖານ​ຂອງ​ການຈັດ​ຕັ້ງ​ແລະ​ການ​ບັນຊາ​ການ,ພ້ອມ​ທັງ​ການ​ສ້າງ​ຕັ້ງ​ລະບອບ​ກົດໝາຍ​ທີ່​ກ່ຽວຂ້ອງ.

ໃນ​​ພິທີ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ,ທ່ານ​ຈ່າງ​ບາງ​ຕົ້ງ ຫົວໜ້າ​ຫ້ອງການວຽກ​ງານ​ຕ່າງ​ປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນ​ກ່າວ​ວ່າ,ກອງ​ທະ​ການ​ປະກອບ​ອາວຸດ​ປະ​ເທດ​ຕ່າງໆ​ເພິ່ມທະວີ​ການ​​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກູ້​ໄພ,ມີ​ຜົນ​ດີຕໍ່​ການຖອດ​ຖອນ​ບົດ​ຮຽນ​ເຊິ່ງກັນ​ແລະ​ກັນ,ພ້ອມ​ກັນ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການຮັບ​ມື​ກັບ​ໄພພິບັດ.ຫວັງ​ຢາກຜ່ານ​ຈາກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື,​ເພິ່ມຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ວາງ​ໃຈ​ລະຫວ່າງ​ກອງ​ທະຫານ​ປະກອບ​ອາວຸດ​ຂອງ​ປະ​ເທດ​ຕ່າງໆ,ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກ​ສາ​ຄວາມ​ປອດ​ໄພທີ່​ບໍ່​ແມ່ນ​ດັ້ງ​ເດີ​ມ.