ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-06 16:42:39    
ລັດ​ຖະ​ບານ​ກາງ​ຂອງ​ຈີນ​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ພັດ​ທະ​ນາ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຮົງ​ກົງ

cri
ຕາມ​ຂ່າວCRI,ວັນ​ທີ6​ມິຖຸນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປາງ​ໂກວ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ເນັ້ນ​ວ່າ,​ການ​ສະ​ໜັບ​ສະ​ໜູນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ພັດ​ທະ​ນາ​ລະບອບ​ປະ​ຊາ​ທິ​ປະ​ໄຕ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຮົງ​ກົງ​ຕາມ​ກົດ​ໝາຍ​ພື້ນ​ຖານ​ແມ່ນ​ຫຼັກ​ໝັ້ນ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຖະ​ບານ​ກາງ​ຂອງ​ຈີນ​.

ໃນ​ງານ​ສົນທະນາ​ເພື່ອ​ລະ​ລຶກກົດໝາຍ​ພື້ນຖານ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ຈີນ​ປະກາດ​ໃຊ້​ຄົບຮອບ​10ປີ,ທ່ານ​ອູ​ປ່າງ​ໂກວ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ.​ທ່ານ​ຍັງ​ກ່າວ​ເນັ້ນວ່າ,ລັດ​ຖະບານ​ກາງ​​ເດັດດ່ຽວຈະ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ.​ລັດ​ຖະ​ບານ​ກາງ​ໄດ້​ຖື​ການ​ສະ​ໜັບ​ສະ​ໜູນ​ການ​ພັດທະນາ​,​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ​ແມ່ນ​ທິດ​ທາງ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ແລະ​ແມ່ນຈຸດ​ເລີ່​ມຕົ້ນ​ ແຫ່ງ​ກາ​ນຊຳລະ​ວຽກ​ງານ​ທີ່​ກ່ຽວ​ພັນ​ກັບ​ຮົງ​ກົງ​ຕະ​ຫຼອດ​ມາ.

ວັນ​ທີ​1​ກໍ​ລະ​ກົດ​ປີ​1997,​ລັດ​ຖະ​ບານ​ຈີນ​ໄດ້​ຟື້ນ​ຟູ​ ອະ​ທິ​ປະ​ໄຕ​ເໜືອ​ຮົງ​ກົງ,​ ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ສ້າງ​ຕັ້ງ​ຂຶ້ນ,​ເລີ່ມ​ປະ​ຕິ ບັດ​ກົດ​ໝາຍ​ພື້ນ​ຖານ.​ອີງ​ຕາມ​ກົດ​ໝາຍ​ສະ​ບັບ​ນີ້,ຮົງ​ກົງ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່"ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ,​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ,​ແລະ​ປົກຄອງຕົນ​ເອງ​ໃນ​ລະ​ດັບ​ສູງ."