ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-11 20:33:50    
ການ​ຄ້າ​ລະ​ຫວ່າງ​ບໍ​ລິ​ເວນ​ເຂດ​ສາມ​ລ່ຽມ​ປາກ​ແມ່​ນ້ຳ​ຈູ່​ຈ່ຽງ​ຈີນ​ກັບ​ອາ​ຊຽນ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ,​ໃນ​ເວລາເຈົ້າ​ໜ້າ​ທີ່​ການ​ຄ້າ​ຂອງ​ປະ​ເທດ​ອາ​ຊຽນສ່ວນ​ໜຶ່ງ​ແລະ​ຜູ່​ວ່າ​ການ​ບໍລິຫານຝ່າຍ​ຕ່າງໆ​ໃນ​ບໍລິ​ເວນ​ເຂດ​ສາມ​ລ່ຽມປາກ​ແມ່​ນ້ຳ​ຈູ່ຈ່ຽງສົນທະນາ​ກັນ​ຢູ່​ນະຄອນ​ສາງ​ຊ່າ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້,ພວກ​ທ່ານ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຄ້າລະຫວ່າງ​ບໍລິ​ເວນ​ເຂດ​ສາມ​ລ່ຽມ​ປາກແມ່​ນ້ຳ​ຈູ່ຈ່ຽງກັບ​ອາ​ຊຽນ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ເຊິ່ງ​ມີ​ຖານະ​ສຳຄັນ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ນາງ​ກົວະ​ອ້ຽນ ທີ່​ປຶກສາ​ກົມ​ອາ​ຊີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ປີ​2006,​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ເຖິງ​160​ຕື້​800​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​15​ເທົ່າ​ເມື່ອ​ທຽບ​ກັບ15​ປີ​ກ່ອນ.​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ນັບ​ລວມ​ແລ້ວ,​ອາ​ຊຽນ​ໄດ້​ລົງ​ທຶນ​ຢູ່​ຈີນ​ ​ເຖິງ40​ຕື້​ກວ່າ​​ໂດ​ລາ.

ນອກ​ນີ້,ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບໍລິ​ເວນ​ເຂດ​ສາມ​ລ່ຽມປາກ​ແມ່​ນ້ຳ​ຈູ່​ຈ່ຽງ​ກັບ​ອາ​ຊຽນກໍ​ພັດທະນາ​ໄວ​ຫຼາຍ.​ທ່ານ​ນາງ​ກົວະ​ອ້ຽນ​ບອກ​ວ່າ,​ປີ​2006,​ນັກ​ທ່ອງ​ທ່ຽວ​ຂອງ​ສອງ​ຝ່າຍ​ຈີນ​ກັບ​ອາ​ຊຽນ​ໄດ້​ໄປມາ​ທ່ອງທ່ຽວ​ເກືອບ7​ລ້ານ​ເທື່ອ​ຄົນ.

ບໍລິ​ເວນ​ເຂດ​ສາມ​ລ່ຽມປາກ​ແມ່​ນ້ຳ​ຈູ່ຈ່ຽງ​ລວມ​ມີ​ແຂວງ​ກວາງ​ຕຸ້ງ,​ແຂວງ​ຟູ​ຈ້ຽນ,​ແຂວງ​ຈ່ຽງ​ຊີ,​ແຂວງ​ຫູ​ນານ,​ແຂວງ​ໄຫ​ຫຼຳ,​ແຂວງ​ເຊ​ສວນ,​ແຂວງ​ກຸ້ຍ​ໂຈ່​ວ,​ແຂວງ​ຢຸນ​ນານ,​ເຂດ​ປົກ​ຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງ​ຊີ,​ເຂດ​ບໍ​ລິ​ຫານ​ພິ​ເສດ​ກົງ​ຮົງ​ແລະ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ.