ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-12 17:24:57    
ປີ​ນີ້ ໂຮງ​ຮຽນ​ວິ​ຊາ​ຊີບ​ຊັ້ນ​ກາງ​ຂອງ​ຈີນ​ຈະ​ຮັບ​ນັກ​ຮຽນ 8 ລ້ານ​ຄົນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ11ມິຖຸນາ​ນີ້ ກະຊວງ​​ສຶກສາທິການ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ປີ​ນີ້ ຈຳນວນ​ການ​ຮັບນັກຮຽນ​ວິຊາຊີບ​ຊັ້ນກາງຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ອີກ5​ແສນ​ຄົນ,ລວມທັງ​ໝົດ​ເປັນ8ລ້ານ​ຄົນ.

​ເຈົ້າໜ້າ​ທີ່ຂອງ​ກະຊວງ​ສຶກສາທິການ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ວາງ​ແຜນ​ຜ່ານ​ຈາກ​ການ​ເພີ່ມ​ຈຳນວນການ​ຮັບນັກຮຽນ​ວິຊາຊີບ​ແລະ​ສ້າງ​ລະບອບອຸດ​ໜູນ​ການ​ຮຽນ​ເພື່ອ​ປັບປຸງ​ລະບົບ​ອາຊີວະ​ສຶກສາ​ໃຫ້​ດີ​ຂຶ້ນ,​ເພື່ອ​ດູດ​ດຶງ​ນັກຮຽນທີ່​ຮຽນ​ດີ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

​ໃນ​ຫຼາຍ​ປີ​ມາ​ນີ້,ລະບົບອາຊີວະສຶກສາຂອງ​ຈີນພັດທະນາ​ຢ່າງ​ວ່ອງໄວ,​ໄດ້ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ແລະ​ຜູ່​ອອກ​ແຮງ​ງານ​ທີ່​ມີ​ຄຸນ​ນະພາບ​ສູງ​ຈຳນວນຫຼວງຫຼາຍໃຫ້​ສັງຄົມ,​ໃນ​ສອງ​ປີ​ທີ່​ຜ່ານ​ມາ,ອັດຕາ​ປະກອບ​ອາຊີບ​ຂອງ​ນັກຮຽນ​ຈາກ​ໂຮງຮຽນວິຊາຊີບ​ຊັ້ນກາງຂອງ​ຈີນບັນລຸ 90% ຂຶ້ນ​ໄປ.