ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-15 18:42:17    
ລູກ​ສອນ​ໄຟ​​ສາງ​ເຈິ່ງ​ຂອງ​ຈີນ​ຈະ​ຍິງ​ສົ່ງ​ຄັ້ງ​ທີ 101

cri Author: MO
ຕາມ​ຂ່າວ​ສານ​ຊີ​ນຮວາ: ລູກ​ສອນ​ໄຟ​ສາງ​ເຈິ່ງຂອງ​ຈີນ​ຈະຍິງ​ສົ່ງຄັ້ງທີ 101, ຈະ​ຍິງ​ສົ່ງ​ດາວ​ທຽມຈົ່ງ​ຊິງ6Bຂຶ້ນ​ສູ່​ອະວະກາດ.

ນັກ​ຂ່າວ​ໄດ້​ຊາບ​ຂ່າວ​ນີ້​ຈາກ​ງານ​ສົນທະ​ນາສະຫຼອງ​ລູກ​ສອນ​ໄຟ​​ສົ່ງ​ຍານສາງ​ເຈີ່​ງຍິງ​ສົ່ງ​ຄົບຮອບ 100 ​ເທື່ອ​ທີ່​​ກຸ່ມບໍລິສັດ​ວິທະຍາສາດ​ເຕັກນິກ​ການບິນ​ອະວະກາດ​ຈີນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 15 ມິຖຸນາ.
​​
ແຕ່​ການ​ຍິງ​ສົ່ງຄັ້ງທີ 1 ຮອດ​ຄັ້ງທີ 50, ລູກ​ສອນ​ໄຟ​​ສາງ​ເຈີ່​ງ​ໄດ້​ໃຊ້​ເວລາ 28 ປີ, ​ແຕ່​ຄັ້ງທີ 51 ຫາ​ຄັ້ງທີ 100 ​ໃຊ້​ພຽງ 9 ປີ​ເທົ່າ​ນັ້ນ. ປັດຈຸບັນ, ລູກ​ສອນ​ໄຟ​ສາງ​ເຈິ່ງ​ໄດ້​ເຂົ້າສູ່​ໄລຍະ​ຍິງ​ສົ່ງ​ຢ່າງ​ເນື່ອງນິດ, 100 ​ເທື່ອ​ຄັ້ງໜ້າ​ຈະ​ສຳ​ເລັດ​ໃນ​ເວລາ​ສັ້ນກວ່າ​ເກົ່າ.

ນອກ​ນີ້, ​ໃນ​ຫວ່າງ​ມໍ່ໆ​ນີ້, ຈີນ​ຈະ​ຖື​ການຄົ້ນຄວ້າ​ຜະລິດ​ລູກ​ສອນ​ໄຟ​ສົ່ງຍານ​​ລຸ້ນ​ໃໝ່​ເປັນ​ຈຸດ​ໜັກ, ຍົກ​ລະດັບ​​ແລະ​ຄວາມ​ສາມາດກວມ​ລວມ​ຂອງ​ລູກ​ສອນ​ໄຟ​ສົ່ງຍານ​ໃຫ້​ສູງ​ຂຶ້ນ​ຮອບດ້ານ. ພາຍຫຼັງລູກ​ສອນ​ໄຟ​ສົ່ງຍານ​​ລຸ້ນ​ໃໝ່​ຄົ້ນຄວ້າ​ຜະລິດ​ສຳ​ເລັດ​ແລ້ວ, ຄວາມ​ສາມາດ​ສົ່ງ​ຍານໃຫຍ່​ກວ່າ​ໝູ່​ຂອງ​ລູກ​ສອນ​ໄຟ​ສາງ​ເຈິ່ງ​ຈະ​ຈາກ 9,5 ​ໂຕນ​ໃນ​ປັດຈຸບັນ​ຂຶ້ນ​ຮອດ 25 ​ໂຕນ.