ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-16 18:05:18    
ຈີນ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ຮົງ​ກົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ມິຖຸນາ​ນີ້, ຢູ່​ທີ່​ຮົງ​ກົງ, ທ່ານ​ຊ້າ​ວສີ​ເວີຍ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແລະ​ຂະ​ແໜງ​ການທ່​ອງທ່ຽວ​ທົ່ວ​ປະ​ເທດ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງສະໜັບສະໜູນ​ການ​ພັດທະນາການທ່ອງທ່ຽວ​ຂອງຮົງ​ກົງ, ລົງ​ເລິກ​ການ​ຮ່ວມ​ມື​ກັບ​ວົງ​ການ​ການທ່ອງທ່ຽວ​ຮົງ​ກົງ​ໃນ​ດ້ານ​ວາງ​ນະ​ໂຍບາຍ ການ​ບຸກ​ເບີກ​ຕະຫຼາດ ​ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ເປັນຕົ້ນ.

ທ່ານ​ຊ້າ​ວສີ​ເວີຍ​ແມ່ນ​ເວົ້າຄວາມ​ດັ່ງກ່າວ​ໃນ​ງານ​ສັງ​ສັນ​ຂອງ​ວົງ​ການ​ການທ່ອງທ່ຽວ​ເຂດ​ໃນ​ກັບ​ຮົງ​ກົງ​ເພື່ອ​ສະຫຼອງຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 10 ປີ.

ໃນ 10 ປີ​ມາ​ນີ້, ຄຽງ​ຄູ່​ກັບ​ການ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ໄດ້​​ເປີດ​ກວ້າງ​ອອກ​ເລື້ອຍໆ​, ຂະໜາດການ​ແລກປ່ຽນ​ແລະການ​ຮ່ວມ​ມື​ການທ່ອງທ່ຽວ​ຂອງ​ສອງ​ເຂດ​ນີ້​ກໍ​ໄດ້​ຂະຫຍາຍ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັກ​ທ່ອງ​ທ່ຽວ​ຂອງ​ເຂດ​ໃນ​ໄປ​ທ່ຽວ​ຮົງ​ກົງ​​ໄດ້ຈາກ 2 ລ້ານ 3 ​ແສນ​ກວ່າ​​ເທື່ອຄົນ​ໃນ​ປີ 1996 ​ເພີ່ມ​ຂຶ້ນ​ຮອດ 14 ລ້ານ​ກວ່າ​​ເທື່ອຄົນ​ໃນ​ປີ 2006; ນັກ​ທ່ອງ​ທ່ຽວ​ຂອງ​ຮົງ​ກົງ​ໄປ​ທ່ຽວ​ເຂດ​ໃນ​​ໄດ້ຈາກ 34 ລ້ານ​ກວ່າ​ເທື່ອ​ຄົນ​ໃນ​ປີ 1996 ​ເພີ່ມ​ຂຶ້ນ​ຮອດ 73 ລ້ານ​ກວ່າ​ເທື່ອ​ຄົນ​ໃນ​ປີ 2006.