ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-16 19:16:28    
ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄົ້ນ​ຄວ້າ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ລະ​ບົບ​ການ​ບໍ​ລິ​ການ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ມິຖຸນາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ໄຂ​ກອງ​ປະຊຸມ, ຄົ້ນຄວ້າ​​ເພີ່ມ​ທະວີ​ການ​ສ້າງສາ​ລະບົບ​ການ​ບໍລິການ​ວັດທະນະທຳ​ສາທາລະນະ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ການ​ເພີ່ມ​ທະວີ​ການ​ສ້າງສາ​ລະບົບ​ການ​ບໍລິການ​ວັດທະນະທຳ​ສາທາລະນະ ຈະຖື​ລັດຖະບານ​ເປັນຜູ້ນຳ​ທາງ, ສົ່ງ​ເສີມ​ສັງຄົມ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ, ຈຸດ​ໜັກ​ການ​ສ້າງສາ​ຈະ​ຢູ່​ນຳ​ຂັ້ນຮາກ​ຖານ​ແລະ​ຊົນນະບົດ, ​ອອກ​ແຮງ​ປັບປຸງ​ຕາໜ່າງບໍລິການ​ວັດທະນະ​ທຳ​ສາທາລະນະ​ຂອງ​ຊົນນະບົດ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ, ຊຸກ​ຍູ້​ການ​ສ້າງສາ​ວັດທະນະ​ທຳໃຫ້​ພັດທະນາ​ຢ່າງ​ກົມກຽວ​ກັນ​ກັບ​ການ​ສ້າງສາ​ເສດຖະກິດ ການ​ເມືອງ​ແລະ​ສັງຄົມ.

ກອງ​ປະຊຸມ​ກ່າວ​ເນັ້ນວ່າ, ປັດຈຸບັນ, ຈີນ​ຕ້ອງ​ອອກ​ແຮງ​ເພີ່​ມທະວີ​ການ​ສ້າງ​ກິດ​ຈະ​ການ​ວັດທະນະທຳ​ທີ່​​ເປັນ​ສາທາລະນະ​ເຊັ່ນ: ​ໃຫ້​ທຸກ​ບ້ານ​ມີ​ວິ​ທະ​ຍຸ​ຟັງ ມີ​ໂທລະພາບ​ເບິ່ງ, ຊົມ​ໃຊ້ຊັບພະຍາກອນ​ຂໍ້​ມູນ​ຂ່າວສານ​ວັດທະນະທຳຮ່ວມ​ກັນ​ໃນ​ທົ່ວ​ປະ​ເທດ, ສາຍຮູບ​ເງົາ​ຢູ່​ຊົນນະບົດ, ການ​ສ້າງ​ຫ້ອງສະໝຸດ​ຊົນນະບົດ​ເປັນຕົ້ນ.

ກອງ​ປະຊຸມ​ຍັງ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ທຸກຂັ້ນ​ເອົາ​ການ​ສ້າງສາ​ລະບົບ​ການ​ບໍລິການ​ວັດທະນະທຳ​ສາທາລະນະ​ໄວ້​ຢູ່​ໃນ​ຖານະ​ສຳຄັນ​ຂອງ​ວຽກ​ງານທັງ​ໝົດ, ​ເພີ່ມ​ການ​ລົງທຶນຫຼາຍຂຶ້ນ, ປັບປຸງ​ກົນ​ໄກ​ການ​ລົງທຶນ​​ໃຫ້​ສົມບູນເປັນຕົ້ນ.