ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-21 20:16:50    
ຈີນ​ຍິນ​ດີ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ​ໃຊ້​ມາດ​ຕະ​ການ​ເພື່ອ​ຄວບ​ຄຸມ​ການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​ແກ້ວ

cri
ຕາມ​ຂ່າວCRI,ວັນ​ທີ21​ມິຖຸນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ​ໃຊ້​ມາດ​ຕະການ​ເພື່ອ​ຄວບ​ຄຸມ​ການ​ປ່ອຍ​ທາດອາຍ​ພິດ​ເຮືອນ​ແກ້ວ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ໃຊ້​ທ່າ​ທີ​ອັນ​ຈິງ​ຈັງ​ແລະ​ຕັ້ງ​ໜ້າ,​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​​ແກ້ວ,ພ້ອມ​ ກັບ​ປະຊາ​ຄົມ​ໂລກ​ພະ​ຍາ​ຍາມ​ແກ້​ໄຂ​ບັນຫາ​ໂລກ​ຮ້ອນ.ຈີນ​ໄດ້​ໃຊ້​ຫຼາຍ​ມາດ​ຕະການ​ເຊິ່ງລວມທັງ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ຜ່ອນ​ການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​ແກ້ວ,​ເພີ່ມ​ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ,ຄວບ​ຄຸມ​ບໍ່​ໃຫ້​ປະ​ຊາ​ກອນ​ເພີ່ມ​ຂຶ້ນ​ໄວ​ເກີນ​ໄປ​ເປັນ​ຕົ້ນ,​ເຊິ່ງມາດ​ຕະການ​ເຫຼົ່າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ຫຼຸດຜ່ອນ​ການ​ປ່າຍ​ທາດ​ອາຍ​ພິດ​ເຮືອນ​​ແກ້ວ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ​ການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​ແກ້ວ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ.​ແຕ່​ປະ​ຊາ​ຄົມ​ໂລກ​ຄວນ​ປະ​ຕິ​ບັດ​ຕໍ່​ບັນ​ຫາ​ນີ້​ຢ່າງ​ພາວະ​ວິ​ໄສ.ຍ້ອນ​ວ່າ​ຈີນ​ມີ​ປະຊາກອນ​ຫຼວງ​ຫຼາຍ,ສະ​ນັ້ນ,​ເມື່ອ​ທຽບ​ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ​ແລ້ວ,​ປະ​ລິ​ມານ​ການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​ແກ້ວສະ​ເລ່ຍ​ຕາມ​ຫົວ​ຄົນ​​ແລ້ວ​ແມ່ນ​ຍັງ​ຕ່ຳຢູ່.