ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-28 14:53:11    
ທ່ານ​ຫູ​ຈິນ​ທາວ​ຫວັງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ທັງ​ຫຼາຍ​ຮ່ວມ​ກັນ​ພະ​ຍາ​ຍາມ​ສ້າງ​ສາ​ຮົງ​ກົງ​ໃຫ້​ດີ​ງາມ​ກວ່າ​ເກົ່າ

cri

ຕາ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ27​ມິຖຸນາ​ນີ້,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຊົມ​ເບິ່ງ​ງານ​ວາງສະ​ແດງ​ໝາກ​ຜົນ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ທີ່​ສ້າງ​ຕັ້ງ​ຂຶ້ນ​10​ປີ​ມາ​ນີ້​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​ທ່ານ​ຫວັງ​ໃຫ້​ອຳ​ນາດ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ທັງ​ຫຼາຍ​ຮ່ວມ​ກັນ​ພະ​ຍາ​ຍາມ​ສ້າງ​ສາ​ຮົງ​ກົງ​ໃຫ້​ດີ​ງາມ​ກວ່າ​ເກົ່າ.

ທ່ານ​ຫູ​ຈິນທາວ​​ແລະ​ຜູ່​ນຳ​ຈີນ​ທ່ານ​ອື່ນໆໄດ້​ຊົມ​ເບິ່ງ​ງານ​ວາງສະ​ແດງ​ໂດຍ​ມີ​ທ່ານ​ເຈິ່ງ​ອິ່ນ​ສວນ ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ເປັນ​ເພື່ອນ​.ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,10ປີ​ມາ​ນີ້,ຮົງ​ກົງ​ປະຕິບັດ​ທິດ​ທາງ"ປະ​ເທດ​ດຽວ ສອງ​ລະບອບ​" ລະ​ບອບ​ສັງ​ຄົມ​ເສດ​ຖະ​ກິດ​ແລະ​ແບບ​ວິ​ທີ​ດຳລົງ​ຊີວິດ​ທີ່​ມີ​ຢູ່​ເດີມ​ຂອງ​ຮົງ​ກົງ​ບໍ່​ໄດ້​ປ່ຽນ​ແປງ,​ຖາ​ນະ​ຂອງ​ຮົງ​ກົງ​ທີ່​ເປັນ​ທ່າ​ກ່ຳ​ປັ່ນ​ເສລີ,​ໃຈກາງ​ການ​ທະ​ນາ​ຄານ,​ການ​ຄ້າ​ແລະ​ການ​ຂົນ​ສົ່ງ​ໃນ​ສາ​ກົນ​ກໍ່​ບໍ່​ໄດ້​ປ່ຽນ​ແປງ,​ພ້ອມ​ກັນ​ນັ້ນ,ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ໄດ້​ເປັນ​ເຈົ້າ​ບ້ານ​ຄອງ​ເມືອງ​ຢ່າງ​ແທ້​ຈິງ,​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ຍິ່ງ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ເກົ່າ,ຊີ​ວິການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ,​ປະ​ຊາ​ທິ​ປະ​ໄຕ​ໄດ້​ກ້າວ​ໄປ​ໜ້າ​ເປັນ​ກ້າວໆ,​ແລະ​ຕິດ​ຕໍ່​ພົວ​ພັນ​ກັບ​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ,​ໄດ້​ປະ​ກົດ​ມີ​ຄວາມ​ມີ​ຊີ​ວິດ​ຊີວາ​ໃນ​ການ​ພັດ​ທະ​ນາ.

ວັນ​ທີ29​ມິ​ຖຸນາ​ນີ້,ທ່ານ​ຫູ​ຈິນທາວ​ຈະ​ເດີນທາງ​ໄປ​ຮົງ​ກົງ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ​10​ປີ​ແລະ​ພິ​ທີ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຊຸດ​ທີ​3​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ກົງ​ຮົງ.