ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-28 14:58:58    
ຍົນ​ເຮ​ລິ​ກົບ​ພົນ​ລະ​ເຮືອນ​ທີ່​ກ້າວ​ໜ້າ​ກວ່າ​ໝູ່​ຂອງ​ຈີນ​ໄດ້​ຜ່ານ​ການ​ກວດ​ຮັບ​ແລະ​ໃຊ້​ການ

cri
ຕາມ​ໜັງສືພິ​ມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ສະບັບ​ຕໍ່​ຕ່າງປະ​ເທດ,​ຫວ່າງ​ມໍ່ໆ​ນີ້,​ຍົນ​ເຮ​ລິ​ກົບ ພົນ​ລະ​ເຮືອນ H425 ​ແບບ​ໃໝ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ໄດ້​ຜ່ານ​ການ​ກວດ​ຮັບ​ຂອງ​ຄະນະ​ກຳ​ມະ​ການ​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ​ຈີນ​ແລະ​ເລີ່​ມ​ໃຊ້​ການ.

ຕົວ​ເລກຄາດໝາຍ​ຕ່າງໆ​ຂອງ​ຍົນ​ເຮ​ລິ​ກົບ H425​ໄດ້​ບັນ​ລຸ​ຈົນ​ກະ​ທັ້ງ​ໄດ້​ລື່ນ​ກາຍ​ລະ​ດັບ​ຂອງ​ຍົນ​ເຮ​ລິ​ກົບ​ປະ​ເພດ​ດຽວ​ກັນ​ຂອງ​ໂລກ.ຄວາມ​ໄວ​ການ​ບິນ​ສູງ​ສຸດ​ແມ່ນ​280​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ບັນຈຸ​ນ້ຳໜັກ​ໄດ້4,25​ໂຕນ,​ແລະ​ບັນຈຸ​ຜູ່​ໂດຍສານ​ໄດ້​12​ຮອດ​13​ຄົນ.

ຍົນດັ່ງກ່າວແມ່ນ​ຍົນ​ເຮ​ລິກົບ​ພົນລະ​ເຮືອນ​ທີ່​ກ້າວໜ້າ​ກວ່າ​ໝູ່​ຂອງ​ຈີນ​ໃນ​ປັດ​ຈຸ​ບັນ,​ມັນ​ມີ​ຫຼາຍ​ສັບພະ​ຄຸນ,​ໂດຍ​ສະ​ເພາະ​ແມ່ນ​ເໝາະ​ສົມ​ໃຊ້​ໃນ​ເຂດ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ໜ້າ​ດິນ​ບໍ່​ດີ,ພູມ​ສັນຖານສູງ​ຊັນ,​ແລະ​ສິ່ງ​ແວດ​ລ້ອມ​ຂີ້​ຮ້າຍ,​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ຫຼາຍ​ດ້ານ​ເຊັ່ນ​ກອບ​ກູ້,ການ​ຂົນ​ສົ່ງ​ຢູ່​ເທິງ​ພູ​ພຽງ​ທີ່​ສູງ​ກວ່າ​ໜ້າ​ນ້ຳ ທະ​ເລ​3000​ແມັດ.