ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-29 11:58:34    
ນະ​ໂຍ​ບາຍ"ປະ​ເທດ​ດຽວ ສອງ​ລະ​ບອບ"​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຮົງ​ກົງ​ແມ່ນ​ເລື່ອງ​ຈິງ​ທີ່​ໃຜໆ​ກໍ​​ຍອມ​ຮັບ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ໂດຍ​ແນ​ໃສ່​ຕອບ​ໂຕ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ໄຕ້​ຫວັນ​ກ່າວ​ຖ້ອຍ​ຄວາມ​ບໍ່​ຖືກ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ນະ​ໂຍ​ບາຍ"ປະ​ເທດ​ດຽວ ສອງ​ລະ​ບອບ"​ໃນ​ຫວ່າງ​ມໍ່ໆ​ນີ້.​ວັນ​ທີ28​ມິ​ຖຸ​ນາ​ນີ້,​ໂຄ​ສົກ​ພະ​ແນ​ກວຽກ​ງານ​ລະ​ບອບ​ການ​​ເມືອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ນະ​ໂຍ​ບາຍ"ປະ​ເທດ​ດຽວ ສອງ​ລະ​ບອບ"​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຮົງ​ກົງ​ແມ່ນ​ເລື່ອງ​ຈິງ​ທີ່​ຊາວ​ໂລກ​ຍອມ​ຮັບ.

ໂຄສົກ​ຜູ່​ນີ້​ຊີ້​ອອກ​ວ່າ,ປັດຈຸບັນ,ຮົງ​ກົງ​ໄດ້​ຮັບການ​ຄັດ​ເລືອກ​ເປັນ​ລະບົບ​ເສດ​ຖະ​ກິດ​ທີ່​ເສລີ​ກວ່າ​ໝູ່​ໃນ​ໂລກ​ໃນ13​ປີລຽນຕິດ.​ໃນ10​ປີທີ່​ຜ່ານ​ມາ,​ການ​ຂະ​ຫຍາຍ​ຕົວ​ຂອງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຮົງ​ກົງ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ເມື່ອ​ທຽບ​ກັບ​ໄລ​ຍະ​ທີ່​ບໍ່​ທັນ​ກັບ​ຄືນ​ສູ່​ປະ​ເທດ​ຊາດ.​ຮົງ​ກົງ​ຍັງ​ແມ່ນ​ສັງ​ຄົມ​ໜຶ່ງ​ທີ່​ປອດ​ໃສ​ ກວ່າ​ໝູ່​ພາຍ​ໃນ​ພາກ​ພື້ນ​ອາ​ຊີ​ເຊິ່ງ​​ໄດ້​ຮັບ​ການ​ຮັບ​ຮອງ​ໂດຍ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ.

ໂຄສົກ​ຜູ່​ນີ້​ກ່າວ​ເນັ້ນ​ວ່າ,​ເລື່ອງ​ຈິງ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ,​ການ​ປະ​ຕິ​ບັດ​ນະ​ໂຍບາຍ"ປະ​ເທດ​ດຽວ ສອງ​ລະບອບ"ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ຮົງ​ກົງ​ທີ່​ບຸກ​ເບີກ​ຊ່ອງ​ຫວ່າງ​ໃໝ່​ເພື່ອ​ການ​ພັດ​ທະ​ນາ.​ຕົວ​ຢ່າງ​ຄື ຮົງ​ກົງ​ໄດ້​ເຂົ້າ​ຮ່ວມ​190​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ບໍ່​ຈຳ​ກັດ​ແຕ່​ປະ​ເທດ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ນາມ​ຮົງ​ກົງ​ຈີນ,​ປັດ​ຈຸ​ບັນ,​ໄດ້​ມີ​134​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຫັນ​ດີ​ໃຫ້​ຜູ່​ຖື​ໜັງ​ສື​ເດີນ​ທາງ​ເຂດ​ພິ​ເສດ​ຮົງ​ກົງ​ເຂົ້າ​ເມືອງ​ໂດຍ​ຍົກ​ເວັ້ນ​ວິ​ຊາ​ຫຼື​ຂໍ​ວິ​ຊາ​ຢູ່​ກັບ​ດ່ານ.​ສັງ​ຄົມ​ຮົງ​ກົງ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ຮົງ​ກົງ​ລ້ວນ​ແຕ່​ຄອງ​ຄອຍ​ໃຫ້​ປະ​ເທດ​ຊາດ​ໂຮມ​​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ໄວ,​ເມື່ອ​ຮອດ​ເວ​ລາ​ນັ້ນ,​ໄຕ້​ຫວັນ​ກໍ​ຈະ​ມີ​ຊ່ອງ​ທາງ​​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ເຊັ່ນ​ດຽວ​ກັນ​ກັບ​ຮົງ​ກົງ.